spot_img
Homeຂ່າວການພັດທະນາການຂົນສົ່ງ ໄດ້ຮັບທຶນຊ່ວຍເຫຼືອ 800 ຕື້ກີບ

ການຂົນສົ່ງ ໄດ້ຮັບທຶນຊ່ວຍເຫຼືອ 800 ຕື້ກີບ

Published on

ໃນວັນທີ 15 ມີນາ 2017 ຜ່ານມາ ກອງ​ປະຊຸມ​ຂົນສົ່ງ​ແບບ​ຍືນຍົງ ແລະ ເປັນ​ມິດ​ຕໍ່​ສິ່ງ​ແວດລ້ອມ ໄດ້​ດຳເນີນ​ມາ​ ເປັນ​ມື້​ທີ 2 ສືບຕໍ່​ຈັດ​ກອງ​ປະຊຸມ​ປິ່ນ​ອ້ອມຄື: ກອງ​ປະຊຸມ​ນະໂຍບາຍ​ເພື່ອ​ບັນລຸຕົວ​ເມືອງ​ທີ່​ມີ​ມົນ​ລະ​ພິດ​ຕ່ຳ, ກອງປະຊຸມ​ທົບ​ທວນຄືນ ແລະ ຕີ​ລາຄາ​ປະ​ເມີນ​ຜົນ​ຄວາມ​ຄືບ​ໜ້າ ແລະ ບົດຮຽນ​ດີເລີດ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ຖະແຫຼງການ​ບາງກອກ 2020 ກອງ​ປະຊຸມ​ນະ​ໂຍບາຍ ແລະ ສິ່ງ​ທ້າ​ທາຍ ກາລະໂອກາດ​ໃນ​ການຈັດຕັ້ງ​ປະຕິບັດຂົນສົ່ງ​ໃນ​ຕົວ​ເມືອງ ແລະ ພ້ອມນັ້ນ ໄດ້​ມີ​ພິທີ​ເຊັນ​ສັນຍາ​ບົດ​ບັນທຶກ​ເພີ່ມ​ເຕີມ​ຖະແຫຼງ​ຂ່າວ​ກຽວໂຕ.

ທ່ານ ບຸນ​ຕາ ອ່ອນ​ນາ​ວົງ ຮອງ​ຫົວໜ້າ​ກົມ​ຂົນສົ່ງ ກະຊວງໂຍທາ​ທິ​ການ ແລະ ຂົນສົ່ງ ໄດ້ກ່າວ​ວ່າ: ສຳລັບ ​ສປປ ລາວ ເຂົ້າ​ຮ່ວມ ແລະ ເລີ່ມ​ຮ່າງ​ຍຸດ​ທະສາດ​ການ​ຂົນສົ່ງ​ແບບ​ຍືນ​ຍົງ​ຕໍ່ສິ່ງແວດລ້ອມ​ແຕ່​ປີ 2006 ປັດຈຸ​ບັນ ໄດ້​ສຳເລັດ​ຮ່າງ​ສຸດ​ທ້າຍ, ໄດ້​ຜ່ານ​ລັດຖະບານ​ໃນ​ເດືອນ​ກຸມພາ 2017 ແລະ ຄາດ​ວ່າ​ຈະ​ຖືກຮັບຮອງ​ອັນ​ໃກ້​ນີ້ ຄຽງ​ຄູ່​ກັບ​ຮ່າງຍຸດ​ທະ​ສາດ​ດັ່ງກ່າວ​, ລາວໄດ້​ຮັບການ​ຊ່ວຍເຫຼືອ ​ຈາກ​ອົງການ​ສາກົນ​ຫຼາຍ​ໂຄງການ ໃນ​ຂອບ​ການຮ່ວມ​ມື ເຊັ່ນ: ອົງການ​ໄຈ​ກາ​ຍີ່ປຸ່ນ ຊ່ວຍ​ສ້າງ​ແຜນ​ແມ່​ບົດ​ການຂົນສົ່ງ​ໃນ​ຕົວ​ເມືອງ​ນະຄອນຫຼວງວຽງ​ຈັນ ປີ 2008 ຊ່ວຍເຫຼືອ​ລົດເມ​ໃໝ່ 42 ຄັນ, ລົດໄຟ​ຟ້າ 14 ຄັນ ໃຫ້​ແຂວງ​ຫຼວງ​ພະ​ບາງ ແລະ ປັດຈຸບັນ ສືບຕໍ່​ໃຫ້ການ​ຊ່ວຍເຫຼືອທາງ​ວິຊາ​ການ​ຫຼາຍ​ໂຄງການ. ນອກ​ນີ້ ສ ເກົາຫຼີ ຊ່ວຍ​ສຶກ​ສາເບື້ອງ​ຕົ້ນ​ການ​ຂົນສົ່ງ​ໃນ​ຕົວເມືອງ​ແຂວງ​ຈຳປາ​ສັກ ໂດຍ​ໄດ້ກຳລັງ​ຂໍ​ຄວາມ​ຊ່ວຍເຫຼືອ​ເພື່ອ​ສຳຫຼວດ​ອອກ​ແບບ​ລະອຽດ ທະ​ນາຄານ​ພັດທະນາ​ອາຊີ ຮ່ວມ​ກັບອົງການ​ໃຫ້​ທຶນ​ອື່ນໆ ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍເຫຼືອ ມູນ​ຄ່າ 99,7 ລ້ານ​ໂດ​ລາ ຫຼື ປະມານ 800 ຕື້ກີບ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຂົນສົ່ງ​ແບບ​ຍືນ​ຍົງ​ໃນ​ຕົວເມືອງ ນວ ປັດຈຸບັນ ກຳລັງ​ຈັດຕັ້ງ​ປະຕິບັດ ນອກ​ນີ້ຍັງ​ມີ​ຫຼາຍໂຄງການ​ທີ່​ກຳລັງ​ສຶກ​ສາ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...