Homeຂ່າວເຫດການປີ 2016 ຫວຍພັດທະນາ ສາມາດຈັດເກັບລາຍຮັບໄດ້ 142,02 ຕື້​ກີບ

ປີ 2016 ຫວຍພັດທະນາ ສາມາດຈັດເກັບລາຍຮັບໄດ້ 142,02 ຕື້​ກີບ

Published on

ບໍລິສັດ ລັດ​ວິ​ສາ​ຫະ​ກິດຫວຍພັດທະນາ​ ແມ່ນ​ຫົວໜ່ວຍ​ທຸລະກິດ​ໜຶ່ງ ​ທີ່​ໄດ້​ຮັບ​ການ​ເອົາໃຈໃສ່ຢ່າງ​ໃກ້ຊິດ​ຈາກ​ຂັ້ນ​ເທິງ ກໍ່​ຄືກະຊວງ​ການ​ເງິນ ສຳລັບ​ຢູ່​ທ້ອງຖິ່ນແມ່ນ​ພະແນກການ​ເງິນ​ແຂວງ ແລະ ຫ້ອງການ​ການ​ເງິນ​ເມືອງ ໄດ້​ເອົາໃຈໃສ່​ຄຸ້ມ​ຄອງ​ການ​ເຄື່ອນໄຫວ ແລະ ບັນດາ​ຕົວ​ແທນ​ຈຳໜ່າຍ ​ດຳເນີນທຸລະ​ກິດ​ຢ່າງ​ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ ​ເຮັດໃຫ້​ການເຄື່ອນໄຫວ​ທຸລະ​ກິດ​ຫວຍພັດທະນາ​ ມີ​ການ​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ ເຮັດໃຫ້ສ້າງລາຍຮັບເຂົ້າສູ່ງົບປະມານ ປີໜຶ່ງໄດ້ຫຼາຍສິບຕື້ກີບ

ທ່ານ ຄຳ​ເພັງ ທິນນະກອນ ຜູ້ອຳນວຍການ​ບໍລິສັດ ລັດ​ວິ​ສາຫະ​ກິດ​ຫວຍ​ພັດທະນາ ໄດ້​ກ່າວວ່າ: ປີ 2016 ຫວຍ​ພັດທະນາ ໄດ້​ສຳເລັດ​ແຜນການ​ຫຼາຍ​ດ້ານ ເຊັ່ນ: ວຽກ​ງານ​ປັບປຸງ​ກຳນົດ​ມື້ອອກ​ເລກ​ລາງວັນ​ຈາກ 3 ຄັ້ງ ມາ​ເປັນ 2 ຄັ້ງ​ຕໍ່​ອາທິດ ຫັນ​ການຈຳໜ່າຍ​ເລກ 3 ໂຕ 2 ໂຕ ແບບຈົດ​ຂາຍ​ມາ​ເປັນ​ແບບ​ທັນ​ສະໄໝ ສຳເລັດ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ໂຄສະນາ​ແກ້​ໄຂບັນຫາ​ຄວາມ​ສົນໃຈ ແລະ ສ້າງຄວາມ​ເຊື່ອ​ໝັ້ນ​ຂອງ​ສັງຄົມ ທັງເປັນ​ການ​ຢັ້ງຢືນ​ສະແດງ​ເຖິງຄວາມ​ບໍລິສຸດ ແລະ ປອດ​ໃສ​ໃນການ​ອອກ​ເລກ​ລາງວັນຫວຍ​ພັດທະ​ນາ ​ໄດ້​ສົມທົບ​ກັບ​ໂທລະພາບແຫ່ງ​ຊາດ​ລາວ ຈັດ​ຕັ້ງ​ການ​ຖ່າຍທອດ​ສົດ​ອອກ​ເລກ​ລາງວັນ​ທຸກໆຄັ້ງ​ໃຫ້​ມວນ​ຊົນ​ໄດ້​ເບິ່ງ ແລະ ຕິດຕາມ​ພາບ​ການ​ອອກ​ເລກ​ລາງວັນຕົວ​ຈິງ ປີ 2016 ຍອດ​ຕົວ​ເລກ​ລາຍ​ຮັບ ປະຕິບັດໄດ້ 142,02 ຕື້​ກີບ ເທົ່າ​ກັບ 130,05% ຂອງ​ແຜນການ ແລະ ໄດ້​ມອບ​ພັນທະ​ງົບປະມານ​ໃຫ້​ລັດ 84,23 ຕື້​ກີບ ເທົ່າ​ກັບ 131,46% ຂອງ​ແຜນການ ນອກຈາກ​ນີ້ ຍັງໄດ້​ປະກອບສ່ວນ​ຊ່ວຍເຫຼືອ​ສັງຄົມ ລວມ​ມູນ​ຄ່າ​ຫຼາຍ​ກວ່າ 100 ລ້ານກີບ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...