Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຊ່ວຍລ້າງຕັບ ໃຫ້ສະອາດ

ອາຫານທີ່ຊ່ວຍລ້າງຕັບ ໃຫ້ສະອາດ

Published on

ການກິນອາຫານທີ່ດີ ເພື່ອຊ່ວຍດີທ໊ອກລ້າງຕັບ ຖືເປັນເລື່ອງທີ່ດີທີ່ຊ່ວຍໃຫ້ຕັບສະອາດ ເຖິງແມ່ນວ່າຈະບໍ່ສະອາດ 100% ກໍຕາມ,  ແຕ່ຢ່າງໜ້ອຍກໍຊ່ວຍຫຼຸດໄຂມັນ ທີ່ອາດກຳລັງຈະພອກຕັບ ຈາກການກິນອາຫານປະເພດໄຂມັນ, ແປ້ງ ແລະນໍ້າຕານໄດ້ ເຊິ່ງອາດບໍ່ໄດ້ຫຼາຍກໍໜ້ອຍ

  1. ອາຫານທີ່ມີວິຕາມິນຊີ ແລະອີ: ແມ່ນຢູ່ວ່າຕັບເປັນອະໄວຍະວະທີ່ສາມາດທຳຄວາມສະອາດ ແລະສາມາດສ້ອມແຊມຕົວເອງໄດ້, ດັ່ງນັ້ນ ຖ້າເບິ່ງແຍງຕັບດີໆ ຕັບກໍກັບມາມີສຸຂະພາບທີ່ແຂງແຮງບໍ່ຍາກ, ອາຫານທີ່ມີແອນຕີ້ອົກຊີແດນ ຈະຊ່ວຍຊ່ອມແຊມຕັບໄດ້ດີ ເຊິ່ງອາຫານທີ່ວ່ານັ້ນມີ: ພິກໄທແດງ, ໝາກອາໂວກາໂດ, ຜັກຫົມ, ໝາກສີດາ, ໝາກໄມ້ທີ່ມີລົດຊາດສົ້ມຄື: ໝາກນາວ, ໝາກກ້ຽງ
  2. ອາຫານທີ່ມີວິຕາມິນບີ2: ເພື່ອໃຫ້ລະບົບການດີທ໊ອກມີຜົນສູງສຸດ ເຊິ່ງຈຳເປັນຕ້ອງມີວິຕາມິບີ 2 ເປັນຕົວຊ່ວຍໃຫ້ເອັນໄຊ ໃນການດີທ໊ອກລ້າງຕັບໃຫ້ເຮັດວຽກດີຂຶ້ນ ເຊິ່ງອາຫານນັ້ນມີຄື: ໂປຣຕີນຈາກຊີ້ນສັດ, ເຫັດ, ຜັກໃບຂຽວ, ໂຢເກິດທຳມະຊາດ
  3. ອາຫານທີ່ມີແຮ່ທາດມີປະໂຫຍດ: ເປັນອາຫານທີ່ຊ່ວຍບຳລຸງຜົມ, ເລັບ, ຜິວ ໄປຈົນເຖິງກະຕຸ້ນຂະບວນການດີທ໊ອກຕັບໄດ້ດີເຊັ່ນ: ອາຫານປະເພດກະຫຼໍ່າປີ, ຫົວຫອມບົ່ວໃບ, ຫົວຫອມບົ່ວແດງ
  4. ອາຫານທີ່ຊ່ວຍໃນການໄຫຼຂອງນໍ້າບີໃນທໍ່ນໍ້າບີ ໃຫ້ໄຫຼຢ່າງສະດວກ ແລະມີປະສິດທິພາບ ເຊິ່ງຈະຊ່ວຍໃຫ້ຕັບຂັບເອົາສານພິດອອກມາໄດ້ດີ ຍິ່ງຂຶ້ນໄປເຊັ່ນ: ຜັກຫົມ, ມັນດ້າງ

ນອກຈາກອາຫານດີໆແລ້ວ ການຫຼີກລຽງອາຫານທີ່ບໍ່ເປັນປະໂຫຍດຕໍ່ຮ່າງກາຍ ກໍຖືເປັນຕົວຊ່ວຍໃນການດີທ໊ອກລ້າງຕັບໄດ້ຢ່າງງ່າຍດາຍ, ທ່ານສາມາດເຮັດໄດ້ທຸກວັນ ແລະຄວນຫຼີກລຽງອາຫານທີ່ມີລົດຊາດເຜັກ, ໄຂມັນສູງ, ອາຫານປະເພດຈືນ, ອາຫານມັນ, ຢຸດດື່ມແອວກໍຮໍ ແລະອອກກຳລັງກາຍເປັນປະຈຳ ພຽງເທົ່ານີ້ຮັບຮອງວ່າສຸຂະພາບຂອງທ່ານຈະແຂງແຮງຢ່າງແນ່ນອນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...