Homeຂ່າວເຫດການການຄັດເລືອກນັກຮຽນເກັ່ງ ເຂົ້າສອບເສັງລະດັບຊາດ

ການຄັດເລືອກນັກຮຽນເກັ່ງ ເຂົ້າສອບເສັງລະດັບຊາດ

Published on

ໃນວັນທີ 14 ມີນາ 2017 ຜ່ານມາ ທີ່ໂຮງຮຽນ ມສ ວຽງຈັນ ໄດ້ມີພິທີເປີດການສອບເສັງຄັດເລືອກນັກຮຽນເກັ່ງ ຂັ້ນນະຄອນຫຼວງວຽງຈັນຂຶ້ນ ໂດຍ ເປັນປະທານຂອງທ່ານ ຊົມ​ພູ ແກ້ວ​ປັນຍາ ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫຼວງ​ວຽງ​ຈັນ ມີ​ຜູ້ຕາງໜ້າ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ, ສຳລັບ​ສົກຮຽນ 2016-2017​ນີ້​ ຈະ​ຄັດ​ນັກຮຽນເກັ່ງເຂົ້າພຽງ​ວິຊາ​ລະ​ຄົນ​ຂອງ​ແຕ່​ລະ​ຂັ້ນ ລວມ 11 ຄົນ​ເທົ່າ​ນັ້ນ ເພື່ອ​ເຂົ້າຮ່ວມ​ການ​ສອບເສັງ​ລະດັບ​ຊາດ ​ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມສາ 2017 ຢູ່​ມະຫາວິທະຍາໄລ​ແຫ່ງຊາດ

ຜ່ານ​ການຈັດຕັ້ງ​ປະຕິບັດ ​ໂຄງການ​ຄັດ​ເລືອກ​ຕົວ​ແທນ​ນັກຮຽນເກັ່ງ​ມາ​ແຕ່​ຕົ້ນ ສົກຮຽນ 2016-2017 ການ​ສອບເສັງ​ຄັດ​ເລືອກແຕ່​ລະ​ຂັ້ນ, ມາ​ຮອດ​ປັດຈຸບັນ ມີນັກຮຽນ​ຜ່ານ​ເຂົ້າ​ຮອບ​ຄັດ​ເລືອກທັງ​ໝົດ 563 ຄົນ, ຍິງ 390 ຄົນ, ໃນ​ນັ້ນ ຂັ້ນ ປ5 ມີ 146 ຄົນ ຍິງ 112 ຄົນ, ສອບເສັງ​ວິຊາ​ພາສາລາວ, ຄະນິດສາດ ແລະ ວິຊາໂລກ​ອ້ອມ​ຕົວ ຂັ້ນ ມ4 ມີ 222 ຄົນ ຍິງ 163 ຄົນ ສອບເສັງ​ວິຊາພາສາ​ລາວ-ວັນນະຄະດີ, ຄະນິດສາດ, ເຄ​ມີ​ສາດ ແລະ ວິຊາ​ຟີຊິກ​ສາດ ແລະ ຂັ້ນ ມ7 ມີ 195 ຄົນ ຍິງ 115 ຄົນ ວິຊາ​ສອບເສັງຄື​ກັນ​ກັບ​ຂັ້ນ ມ4.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...