spot_img
Homeຂ່າວເຫດການໂຄງການກໍ່ສ້າງທາງລົດໄຟ ມີຄວາມຄືບໜ້າໄວເກີນຄາດ

ໂຄງການກໍ່ສ້າງທາງລົດໄຟ ມີຄວາມຄືບໜ້າໄວເກີນຄາດ

Published on

ໃນວັນທີ 15 ມີນາ 2017 ຜ່່ານມາ ທ່ານ ຈັນທະ​ຈອນ ​ແກ້ວ​ລະຄອນ ຫົວໜ້າຄະນະ​ປະສານ​ງານ​ ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ປະ​ຈໍາ​ແຂວງ​ຫລວງ​ນໍ້າ​ທາ​ ໄດ້​ໃຫ້​ສໍາພາດ​ວ່າ:  ໃນທ້າຍປີ 2016 ຜ່ານມາໄດ້ມີການວາງສີລາເລີກໃນໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​​ໄຟ ​ລາວ-ຈີນ ​​ຢູ່​ແຂວງ​ຫລວງ​ພະ​ບາງ​ ເຫັນ​ວ່າ ​ປັດຈຸບັນ​ນີ້ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ​ລາວ-ຈີນ ​​ໄລຍະ​ທີ 1 ​ມີ​ຄວາມ​ຄືບ​ໜ້າ​ໄວ​ເກີນ​ຄາດ​ ໂດຍ​ນັກວິຊາການ ​ແລະ ກໍາມະກອນ​ສອງ​ຝ່າຍ​ປະມານ 300 ກວ່າ​ຄົນ​ ໄດ້​ລົງມື​ເຈາະ​ອຸບ​ມົງ ​ເສັ້ນທາງລົດ​ໄຟ​ລອດ​ຢ່າງ​ເຄັ່ງຮ້ອນ ​ເຊິ່ງ​ໂຄງການ​ໄລຍະ​ທີ 1 ນີ້​ແມ່ນເລີ່​ມຈາກ​​ເຂດ​ບໍ່​ເຕັນ ​ແຂວງ​ຫລວງ​ນໍ້າ​ທາ​ ຫາເມືອງ​ນາ​ໝໍ້ ​ແຂວງ​ອຸດົມ​ໄຊ ​ເຊິ່ງມີ​ຄວາມ​ຍາວ 50 ກວ່າ​ກິ​ໂລ​ແມັດ ​ໃນ​ນັ້ນຜ່ານ​ແຂວງ​ຫລວງ​ນໍ້າ​ທາ 16 ກວ່າ​ກິ​ໂລ​ແມັດ, ມີ 2 ສະຖາ​ນີຄື: ສະຖານີ​ບໍ່​ເຕັນ​ເປັນ​ສະຖານີນ້ອຍ ​ສໍາລັບ​ກວດ​ເຂົ້າ-ອອກ​ເມືອງ ​ແລະ ສະຖານີ​ນາ​ເຕີຍ ​ເປັນ​ສະຖານີ​ໃຫຍ່​ສໍາລັບ​ຄ່ຽນ​ຖ່າຍ​ສີນ​ຄ້າ, ມີ​ຂົວ 7 ​ແຫ່ງ​ຍາວ 4.000 ​ແມັດ, ອຸບ​ມົງ 3 ​ແຫ່ງ​ຍາວ 10.000 ​ແມັດ (ອຸບ​ມົງມິດຕະພາບ​ລາວ-ຈີນ​ ຍາວ 2.000 ​ແມັດ, ອຸບ​ມົງບໍ່​ເຕັນ​ຍາວ 6.000 ​ແມັດ, ອຸບ​ມົງຕີນ​ຕົກ 1.000 ​ແມັດ).

​ ການຈັດ​ຕັ້ງ​ປະຕິບັດ​ໂຄງການ ກໍ່ສ້າງ​ເສັ້ນທາງ​ລົດ​​ໄຟ​ ລາວ-ຈີນ ​ນັ້ນ​ແມ່ນ​ດໍາ​ເນີນ​ຄວບ​ຄູ່​ກັນ​ໄປ​ກັບ​ຫລາຍ​ວຽກ ​ປິ່ນ​ອອ້ມ​ ​ເຊິ່ງປະຈຸ​ບັນ​ນີ້ ການ​ກໍ່ສ້າງ​ເຮືອນ​ພັກ​ພະນັກງານ-ກໍາມະກອນສໍາ​ເລັດ 60%, ​ວຽກເກັບ​ກູ້​ລະ​ເບີດສໍາ​ເລັດ 12 ກວ່າ​ກິ​ໂລ​ແມັດ, ການ​ໄກ່​ເກ່ຍ​ແກ້​ໄຂ​ຜົນ​ກະທົບ ​ແລະ ສິ່ງ​ກີດຂວາງ ອອກ​ຈາກ​ແລວ​ທາງ​ລົດ​ໄຟ​​​ແມ່ນ​ ມີ​ຄວາມກ້າວ​ໜ້າ​ພໍ​ສົມຄວນ.

ສ່ວນ​ປະຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​​ກໍ​ໄດ້​ສະ​ເໜີ 4 ບັນຫາ​ຄື: 1. ຂໍ​ໃຫ້​ຊົດ​ເຊີຍ​ຕາມ​ຄວາມ​ເໝາະ​ສົມ, ສາມາດ​ໄປ​ສ້າງ​ທີ່ຢູ່​ອາ​ໃສ​ໃໝ່​ ໃຫ້​ດີກ​ວ່າ​ເກົ່າ ຫລື ​ເທົ່າ​​ເດີມ; 2. ສະ​ເໜີ​ຈັດ​ສັນທີ່ຢູ່​ອາ​ໃສ​ບ່ອນ​ໃໝ່​ເປັນ​ທີ່​ຮຽບຮ້ອຍ ​ແລ້ວ​ຈິ່ງ​ຄ່ອຍ​ໃຫ້​ດໍາ​ເນີນ​ການ​ກໍ່ສ້າງ, 3. ສະ​ເໜີ​ພາກ​ລັດ​ໃຫ້​ກໍານົດ​ລາຄາ​ ຫົວໜ່ວຍ​ຊົດ​ເຊີຍ​ໂດຍ​ໄວ ​ເພື່ອ​ສະດວກ​ໄກ່​ເກ່ຍ ​ແລະ 4. ຂະ​ເໜີ​ຄ່າ​ຊົດ​ເຊີຍ​ການ​ຍົກຍ້າຍ​ບ້ານ ນອກຈາກ​​ເປັນເງິນສົດ​ແລ້ວ ​ຍັງ​ຮູບ​​ແບບ​ນະ​​ໂຍບາຍ​ອື່ນໆ​ອີກ​ບໍ ​ເປັນ​ຕົ້ນ ຈັດ​ສັນ ​ແລະ ປຸກ​ເຮືອນ​ໃຫ້​ຄື​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ນໍ້າ​ທາ 1.

​ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 417 ກິໂລແມັດ, ມູນຄ່າການກໍ່ສ້າງປະມານ 6,8 ຕື້ໂດລາ ​ແລະ ຄາດ​ວ່າ​ຈະ​ສໍາ​ເລັດ​ພາຍ​​ໃນ​ປີ 2020.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...