spot_img
Homeຂ່າວພາຍ​ໃນນາຍົກ ເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມພະນັກງານຫຼັກແຫຼ່ງ ເມືອງໝື່ນ

ນາຍົກ ເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມພະນັກງານຫຼັກແຫຼ່ງ ເມືອງໝື່ນ

Published on

ຕອນເຊົ້າວັນທີ 14 ມີນາ 2016 ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ແລະ ການນຳແຂວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ຕໍ່ພະນັກງານ ຫຼັກແຫຼ່ງ ເມືອງໝື່ນ, ແຂວງວຽງຈັນ ຢູ່ທີ່ສະໂມສອນຂອງເມືອງໝື່ນ.

ໃນໂອກາດດຽວກັນ ທ່ານນາຍົກ ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງເມືອງໃນໄລຍະ 1 ປີຜ່ານມາ ຈາກທ່ານພູວອນ ບຸນວິໄລ ເຈົ້າເມືອງໆໝື່ນວ່າ ທົ່ວເມືອງສືບຕໍ່ມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວໃນລະດັບ 10,74 ສ່ວນຮ້ອຍ, ລາຍຮັບສະເລ່ຍໃສ່ຫົວຄົນ ບັນລຸ 1.567 ໂດລາ/ຄົນ/ປີ, ສະເລ່ຍເຂົ້າກິນຕໍ່ຫົວຄົນ ໄດ້ 535 ກິໂລກະລາມ/ປີ (ສາມາດກຸ້ມກິນ ແລະ ມີສ່ວນແຮໄວ້ເພື່ອຂາຍເປັນສິນຄ້າ), ຄອບຄົວທຸກຍາກ ຍັງກວມ 2 ສ່ວນຮ້ອຍ.

ໃນນັ້ນ ທ່ານນາຍົກກໍໄດ້ເນັ້ນໜັກ ໃຫ້ຄະນະນຳ, ບັນດາຂະແໜງການຂອງເມືອງໝື່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ ສືບຕໍ່ເສີມຂະຫຍາຍຜົນສຳເລັດ, ມູນເຊື້ອອັນດີງາມທີ່ການນຳຮຸ່ນກ່ອນ ສາມາດ ຈັດຕັ້ງປະຕິບັດໄດ້; ອຳນວຍຄວາມສະດວກຮອບດ້ານໃຫ້ແກ່ປະຊາຊົນ ບົນພື້ນຖານ ຖືກຕ້ອງຕາມລະບຽບກົດໝາຍ ແລະ ແທດເໝາະກັບເງື່ອນໄຂຄວາມເປັນຈິງ; ເອົາໃຈໃສ່ຕ້ານ ແລະສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເປັນຕົ້ນ ການຄ້າຂາຍເຖື່ອນ (ຢາເສບຕິດ, ສິນຄ້າຜິດກົດໝາຍ, ການເຄື່ອນໄຫວບໍ່ຖືກລະບຽບກົດໝາຍ), ບັນຫາແຮງງານ…; ພ້ອມກັນເອົາໃຈໃສ່ປະຕິບັດ ມາດຕະການປະຢັດມັດທະຍັດໃຫ້ມີປະສິດທິຜົນແທ້ໆ ເພື່ອຄວາມຮັ່ງມີ ແລະ ເຂັ້ມແຂງໃນອະນາຄົດ; ຄົ້ນຄວ້າ ແລະ ກຳນົດໃຫ້ເຫັນເງື່ອນໄຂທ່າແຮງ ທີ່ເປັນປາຍແຫຼມຂອງເມືອງ ຢ່າງຖືກຕ້ອງ, ທັງນຳໃຊ້ໃຫ້ມີປະສິດທິຜົນສູງສຸດ ຕິດພັນກັບການປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ; ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຂອງຕົນ ມີຜົນສຳເລັດ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທຸຄົນ ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ໃຫ້ຫຼາຍ, ພູມໃຈໃນຄວາມເປັນລາວ, ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ, ສາມາດເປັນພາບພົດ ແລະ ແບບຢ່າງອັນດີໃຫ້ແກ່ສັງຄົມ.

ໃນມື້ດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມ ແລະ ໂອ້ລົມ ຕໍ່ພະນັກງານຄູ-ອາຈານ ແລະ  ນັກຮຽນ ໂຮງຮຽນມັດທະຍົມສົມບູນນ້ຳຮອນ ຕື່ມອີກ.

ແຫຼ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...