Homeຂ່າວເຫດການເຈົ້າຄອງນະຄອນຫຼວງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຮ່າໂນ້ຍ

ເຈົ້າຄອງນະຄອນຫຼວງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຮ່າໂນ້ຍ

Published on

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບທ່ານ ຫງວຽນ​ເຖ້​ຫຸງ ຮອງ​ປະທານ​ຄະນະ​ກຳມະການປະຊາຊົນ ນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ ພ້ອມ​ຄະນະ ໃນ​ໂອກາດ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງປະຊຸມ​ຄົມມະນາຄົມ ​ທີ່​ຍືນ​ຍົງ​ຕໍ່ສິ່ງແວດລ້ອມ​ ອາຊີ ຄັ້ງ​ທີ 10 ທີ່ນະຄອນຫຼວງ​ວຽງ​ຈັນ ແຕ່​ວັນ​ທີ 13-17 ມີນາ​ນີ້.

ໃນໂອກາດດຽວກັນນີ້ ທ່ານເຈົ້າຄອງ ນວ ໄດ້ຕ້ອນຮັບ ແລະຕີລາຄາສູງຕໍ່ການເດີນທາງມາເຮັດວຽກຢູ່ ນວ ເຊິ່ງຖືເປັນການປະກອບສ່ວນພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດທີ່ມີມາແຕ່ດົນນານ ໃຫ້ນັບມື້ອອກດອກຍິ່ງຂຶ້ນເລື້ອຍໆ, ສຳລັບປີນີ້ແມ່ນ ສຳລັບ​ປີ​ນີ້ແມ່ນ​ປີ​ສຳຄັນ​ອີກ​ປີ​ໜຶ່ງ ​ທີ່​ສອງ​ປະເທດ​ຈະ​ໄດ້​ພ້ອມ​ກັນ​ສະເຫຼີມ​ສະຫຼອງ 2 ວັນ​ປະຫວັດສາດ ຄື: 55 ປີ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການທູດ ລາວ-ຫວຽດນາມ ແລະ 40 ປີ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ແລະ ການ​ຮ່ວມ​ມື​ສອງ​ປະເທດ, ພ້ອມ​ນີ້ ທ່ານ​ເຈົ້າ​ຄອງ​ຍັງໄດ້​ສະແດງ​ຄວາມ​ຂອບໃຈ ​ມາ​ຍັງນະຄອນຫຼວງ​ຮ່າ​ໂນ້ຍ ​ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ສ້າງ​ໂຮງຮຽນ​ທິດສະ​ດີ​ການເມືອງ ແລະ ການ​ປົກຄອງ ນວ.

ທ່ານ ຫງວຽນ ເຖ້​ຫຸງ ກໍໄດ້​ສະແດງ​ຄວາມ​ຂອບໃຈຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ຝາກ​ຄຳ​ອວຍພອນ​ຢ້ຽມຢາມຖາມ​ຂ່າວ​ຂອງ​ການ​ນຳ​ນະຄອນຫຼວງ​ຮ່າ​ໂນ້ຍ ​ມາ​ຍັງ​ທ່ານ​ເຈົ້າຄອງ ນວ ທີ່​ກຳລັງ​ຈັດ​ຕັ້ງ​ປະຕິບັດບັນດາ​ກິດ​ຈຳ​ການເຄື່ອນໄຫວ​ສະເຫຼີມ​ສະຫຼອງ 2 ວັນ​ປະຫວັດສາດທີ່​ສຳຄັນ ແລະ ເຫັນ​ວ່າ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະເທດ ກໍ່​ຄືສອງ​ນະຄອນຫຼວງ​ນັບ​ມື້​ແໜ້ນແຟ້ນ​ຍິ່ງ​ຂຶ້ນ ແລະ ໄດ້​ມີ​ການຮ່ວມ​ມື​ກັນ​ຫຼາຍ​ດ້ານ ເປັນຕົ້ນ ຂົງເຂດ​ກະສິກຳ ແຮງ​ງານ ແລະ ສຶກ​ສາ​ທິ​ການ ທີ່​ກຳລັງ​ໄດ້​ຮັບການ​ພັດທະນາ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...