Homeນານາສາລະຄວາມຍາວຂອງນິ້ວກ້ອຍ ທຳນາຍຄວາມຮັກ ແລະ ນິໄສ 

ຄວາມຍາວຂອງນິ້ວກ້ອຍ ທຳນາຍຄວາມຮັກ ແລະ ນິໄສ 

Published on

ວິທີການວັດແທກຄວາມຍາວຂອງນິ້ວຄື: ຍົກນິ້ວມືຂວາຂຶ້ນ ເຊິ່ງປົກກະຕິປາຍນິ້ວກ້ອຍຕ້ອງພໍດີກັບຂໍ້ເທິງສຸດຂອງນິ້ວນາງ, ຖ້ານິ້ວກ້ອຍຍາວກວ່າຂໍ້ເທິງສຸດຂອງນິ້ວນາງຖືວ່າຍາວ, ຖ້າກ້ອຍຍາວບໍ່ຮອດຂໍ້ເທິງສຸດຂອງນິ້ວນາງຖືວ່າສັ້ນ

  1. ນິ້ວກ້ອຍພໍດີຂໍ້: ທັກສະການເວົ້າຂອງເຈົ້າງ່າຍໆ ບໍ່ມີເລ່ຫຼ່ຽມ, ຖ້າມີໂອກາດຢູ່ກັນສອງຕໍ່ສອງກັບຄົນຮັກ ກໍພຽງແຕ່ສະແດງຄວາມດີຂອງຕົວເອງອອກມາ, ເຊິ່ງເຈົ້າຄວນສະແດງຄວາມຮູ້ສຶກຢ່າງກົງໄປກົງມາ ໂດຍໃຊ້ໂອກາດພິເສດເຊັ່ນວັນວາເລນທາຍ ຫຼືວັນເກີດ ລອງເຮັດດ້ວຍຄວາມໝັ້ນໃຈ ແລະຍິ້ມເຂົ້າໄວ້
  2. ນິ້ວກ້ອຍຍາວກ່ອນຂໍ້: ມີນິໄສຮອບຄອບ ຄົນທີ່ມີນິ້ວກ້ອຍຍາວກ່ອນຂໍ້ເທິງສຸດຂອງນິ້ວນາງ ຈະເປັນຄົນທີ່ມີນິໄສສຸຂຸມ ແລະຮອບຄອບ, ມີຄວາມຮັກທີ່ໝັ້ນຄົງ, ເຖິງແມ່ນແຕ່ງງານແລ້ວ ມີຄົນເຂົ້າມາຈີບກໍບໍ່ນອກໃຈ, ຄົນເຫຼົ່ານີ້ສາມາດຢູ່ຂ້າງຕົວກັບຄູ່ຮັກຈົນເຖິງຊ່ວງອາຍຸເຖົ້າແກ່ໄດ້ ແລະເປັນຄົນທີ່ມີໄຫວພິບດີ ແລະເວົ້າຈາຄ່ອງແຄ້ວ ສາມາດສະແດງຄວາມຮູ້ສຶກອອກມາຢ່າງເປັນທຳມະຊາດ
  3. ນິ້ວກ້ອຍສັ້ນກ່ອນຂໍ້: ເຈົ້າເປັນຄົນມີໄຫວພິບດີ ແລະເວົ້າຈາຄ່ອງແຄ່ວ, ເປັນຄົນທີ່ບໍ່ກ້າສະແດງຄວາມຮູ້ສຶກຂອງຕົນອອກມາ, ຖ້າເຂົາຫາກສະແດງປະຕິກິລິຍາທີ່ຕ່າງຈາກເຈົ້າຄິດ ເຈົ້າຈະຮູ້ສຶກຜິດຫວັງ ແລະຫຼົ້ມເລີກຢ່າງງ່າຍດາຍ ແລະຖ້າເຈົ້າຍັງບໍ່ຮູ້ຈັກເຂົາດີພໍ ແລ້ວໄປສາລະພາບຄວາມຮູ້ສຶກໃຫ້ຮູ້ ສ່ວນຫຼາຍມັກໄດ້ຄວາມຜິດຫວັງກັບມາ, ທາງທີ່ດີທີ່ສຸດຫາໃຜທີ່ເປັນສື່ກາງທີ່ເປັນໝູ່ຂອງເຈົ້າກໍໄດ້ ຈຶ່ງຈະເຮັດໃຫ້ສຳເລັດຫຼາຍຂຶ້ນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...