Homeສຸຂະພາບ ແລະ ສີ່ງແວດລ້ອມ ອາຫານທີ່ຊ່ວຍເພີ່ມນໍ້ານົມ ແລະບຳລຸງສຸຂະພາບແມ່ລູກອ່ອນ

 ອາຫານທີ່ຊ່ວຍເພີ່ມນໍ້ານົມ ແລະບຳລຸງສຸຂະພາບແມ່ລູກອ່ອນ

Published on

ການເລີ່ມຕົ້ນເປັນແມ່ ຕ້ອງໄດ້ດູແລຕົວເອງ ເພາະຫຼັງຈາກມີລູກແລ້ວ ກໍເທົ່າກັບວ່າມີອີກໜຶ່ງຊີວິດທີ່ເຈົ້າຕ້ອງເພີ່ມຄວາມເອົາໃຈໃສ່ຕັ້ງແຕ່ຕອນຖືພາ ຈົນເກີດອອກມາ, ຮ່າງກາຍຂອງແມ່ຕ້ອງກຽມຄວາມພ້ອມສຳຫຼັບການໃຫ້ອາຫານທີ່ດີທີ່ສຸດແກ່ລູກຮັກ ນັ້ນກໍຄື “ນໍ້ານົມແມ່” ແຕ່ກໍມີແມ່ຫຼາຍຄົນຕ້ອງພົບກັບນໍ້ານົມໜ້ອຍ, ມື້ນີ້ ລາວໂພສ ມີອາຫານທີ່ຈະມາແນະນຳໃຫ້ແມ່ລູກອ່ອນໃຫ້ຮູ້ກັນ ເພື່ອເພີ່ມນໍ້ານົມໃຫ້ລູກນ້ອຍໄດ້ເຕັມທີ່

  1. ຜັກອີຮຸມ: ໃບ ແລະດອກ ມີວິຕາມິນຊີສູງ, ມີໂພແທສຊຽມສູງ, ໂປຣຕີນສູງ ທີ່ຊ່ວຍໃນການເພີ່ມນໍ້ານົມ ແລະມີແຄວຊຽມສູງ ທີ່ຊ່ວຍບຳລຸງກະດູກຂອງແມ່ແຂງແຮງ
  2. ຂີງ: ມີໂປຣຕີນ, ໄຂມັນ, ແຄວຊຽມ, ວິຕາມິນເອ, ວິຕາມິນບີ1, ບີ2, ຄາໂບໄຮເດດ ແລະຍັງມີສັບພະຄຸນຊ່ວຍຂັບເຫື່ອ, ເພີ່ມການໄຫຼວຽນຂອງເລືອດ ແລະເຮັດໃຫ້ນໍ້ານົມໄຫຼອອກມາສະດວກ
  3. ຜັກຕຳນິນ: ມີເສັ້ນໃຍອາຫານໃນປະລິມານຫຼາຍ ຊ່ວຍບຳລຸງນໍ້ານົມແມ່ສຸດໆ, ນອກຈາກນີ້ ໃນຜັກຕຳນິນຍັງມີໂປຣຕີນ, ວິຕາມິນເອ, ວິຕາມິນບີ1, ບີ2, ບີ3, ວີຕາມິນຊີ, ແຄວຊຽມ
  4. ຫົວປີ: ມີທາດເຫຼັກ ຊ່ວຍກະຕຸ້ນນໍ້ານົມໄດ້ດີີ ແລະມີແຄວຊຽມສູງ, ມີໂປຣຕີນ, ຟອສຟໍຣັສ ແລະສານອື່ນໆ ທີ່ຊ່ວຍປ້ອງກັນພະຍາດກະເພາະ, ​ລຳໄສ້, ບຳລຸງເລືອດໄດ້ອີກດ້ວຍ
  5. ໃບກະເພົາ: ມີແຄວຊຽມ, ທາດເຫຼັກ, ຟອສຟໍຣັສສູງ ເຊິ່ງຄວາມຮ້ອນຈາກໃບກະເພົາ ຊ່ວຍການໄຫຼວຽນຂອງເລືອດ, ຊ່ວຍເພີ່ມນໍ້ານົມໃຫ້ກັບແມ່ລູກອ່ອນໄດ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...