Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານອັນຕະລາຍ ລະດັບນໍ້າຕານໃນເລືອດສູງເກີນໄປ

ສັນຍານອັນຕະລາຍ ລະດັບນໍ້າຕານໃນເລືອດສູງເກີນໄປ

Published on

ບໍ່ແມ່ນແຕ່ຜູ້ທີ່ເປັນພະຍາດເບົາຫວານເທົ່ານັ້ນ ທີ່ຢູ່ໃນສະພາວະນໍ້າຕານໃນເລືອດສູງ ຈົນສ່ຽງຕໍ່ການເສຍຊີວິດ, ຄົນທຳມະດາໂດຍສະເພາະຄົນທີ່ກິນອາຫານຫຼາຍ ແລະບໍ່ເຄີຍກວດສຸຂະພາບ ກໍມີໂອກາດສ່ຽງ ທີ່ຈະຢູ່ໃນສະພາວະນໍ້າຕານໃນເລືອດສູງ ຈົນເຮັດໃຫ້ໝົດສະຕິ ຫຼືເສຍຊີວິດໄດ້ເຊັ່ນກັນ, ເຊິ່ງຖ້າເຈົ້າມີລະດັບນໍ້າຕານໃນເລືອດຫຼາຍ ຮ່າງກາຍຈະສົ່ງສັນຍານເຕືອນ ເພື່ອແຈ້ງວ່າເຮົາກຳລັງຢູ່ໃນພາວະລະດັບນໍ້າຕານສູງຫຼາຍເກີນໄປ

  1. ເມື່ອຍ ຫຼືອ່ອນເພຍຜິດປົກກະຕິ
  2. ຢາກອາຫານ, ກິນອາຫານຫຼາຍຂຶ້ນ
  3. ຢາກກິນນໍ້າຕະຫຼອດ
  4. ທຽວຖ່າຍເບົາຕະຫຼອດ
  5. ສາຍຕາເບິ່ງຫຍັງກໍບໍ່ແຈ້ງ, ຕາລາຍ
  6. ເຈັບທ້ອງ ໂດຍບໍ່ມີສາເຫດ
  7. ຜິວແຫ້ງ ແລະຄັນ
  8. ເຈັບຫົວ, ອິດເມື່ອຍຕາມຕົນຕົວ, ຄືກັບຄົນຈະເປັນຫວັດ
  9. ມີບາດແຜ, ຫາຍດີຊ້າ, ຕິດເຊື້ອ, ອັກເສບໄດ້ງ່າຍ

ເຊິ່ງສາເຫດທີ່ເຮັດໃຫ້ລະດັບນໍ້າຕານໃນເລືອດສູງນັ້ນ ເກີດຈາກ:

  • ກິນອາຫານຫຼາຍເກີນໄປ
  • ກິນຢາບັນເທົາເບົາຫວານໜ້ອຍເກີນໄປ ຫຼືບໍ່ໄດ້ກິນ
  • ຢູ່ໃນສະພາວະປ່ວຍບໍ່ສະບາຍ
  • ບໍ່ໄດ້ອອກກຳລັງກາຍ ທີ່ເຄີຍອອກຕະຫຼອດ
  • ຢ່ໃນສະພາວະຕຶງຄຽດ
  • ກິນອາຫານທີ່ມີລະດັບນໍ້າຕານຫຼາຍເກີນໄປ
  • ພັກຜ່ອນບໍ່ພຽງພໍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...