Homeຂ່າວຕ່າງປະເທດ"ວຽນນາ" ໄດ້ແຊັມເປັນເມື່ອງໜ້າຢູ່ທີ່ສຸດໃນໂລກ

“ວຽນນາ” ໄດ້ແຊັມເປັນເມື່ອງໜ້າຢູ່ທີ່ສຸດໃນໂລກ

Published on

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 14 ມີນາ 2017 ຜ່ານມາວ່າ ນະຄອນຫຼວງວຽນນາ ປະເທດໂອຕຣິດ ໄດ້ແຊ້ມເມືອງທີ່ໜ້າຢູ່ ແລະມີຄຸນນະພາບຊີວິດສູງ ທີ່ສຸດໃນໂລກຕິດຕໍ່ກັນ 8 ປີຊ້ອນ ແລະນະຄອນຫຼວງແບກແດດ ຂອງອີຣັກ ເປັນເມືອງທີ່ໂຫດຮ້າຍທີ່ສຸດໃນການດຳລົງຊີວິດ, ສ່ວນສິງກະໂປໄດ້ແຊັມເມືອງທີ່ໜ້າຢູ່ທີ່ສຸດໃນເອເຊຍ

ການສຳຫຼວດດັ່ງກ່າວ ໄດ້ມີການເກັບຂໍ້ມູນກ່ຽວກັບເມືອງຕ່າງໆ 231 ເມືອງ ເພື່ອເປັນຂໍ້ມູນໃຫ້ບໍລິສັດ ແລະອົງກອນຕ່າງໆ ເອົາໄປໃຊ້ໃນການພິຈາລະນາກຳໜົດ ຄ່າຕອບແທນ, ເຊິ່ງໃຊ້ອົງກອບຢ່າງຫຼວງຫຼາຍ ມາປະກອບພິຈາລະນາຕັ້ງແຕ່ຄວາມໝັ້ນຄົງທາງການເມືອງ ການໃຫ້ບໍລິການສາທາລະນະສຸກ, ການສຶກສາ, ສະຖິຕິອາຊະຍາກຳ, ສັນທະນາການ ແລະການຂົນສົ່ງມວນຊົນ

ສຳລັບເມືອງທີ່ໜ້າຢູ່ທີ່ຕິດ 5 ອັນດັບມີຄື: 1. ນະຄອນຫຼວງວຽນນາ ປະເທດໂອຕຣິດ, 2. ເມືອງຊູຣິກ ປະເທດສະວິດເຊີແລນ, 3. ອ໋ອກແລນ ປະເທດນິວຊີແລນ, 4. ມິວນິກ ປະເທດເຢຍລະມັນ ແລະ 5. ເມືອງແວນຄູເວີ ປະເທດແຄນາດາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...