Homeຂ່າວເຫດການອົດສະຕຣາລີ ໃຫ້ທຶນຊ່ວຍເຫຼືອ ເພື່ອສືບຕໍ່ໂຄງການພັດທະນາການຄ້າໄລຍະ 2

ອົດສະຕຣາລີ ໃຫ້ທຶນຊ່ວຍເຫຼືອ ເພື່ອສືບຕໍ່ໂຄງການພັດທະນາການຄ້າໄລຍະ 2

Published on

ໃນວັນທີ 13 ມີນາ 2017 ຜ່ານມານີ້ ທີ່ກະຊວງອຸດສາຫະກຳ ແລະການຄ້າ  ໄດ້ມີພິທີຮັບທຶນຊ່ວຍເຫຼືອ ຈາກລັດຖະບານອົດສະຕຣາລີ 2,5 ລ້ານໂດລາສະຫະລັດ ເພື່ອສືບຕໍ່ໂຄງການພັດທະນາ ການຄ້າໄລຍະ 2 ຈົນເຖິງເດືອນກັນຍາ 2018, ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ສົມຈິດ ອິນທະມິດ ຮອງລັດ ຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຈອນ ວິລຽມ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການພັດທະນາການຄ້າໄລຍະສອງແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຈັດຕັ້ງປະຕິບັດ ເພື່ອສະ ໜັບສະໜູນຄວາມພະຍາຍາມ ຂອງລັດຖະບານ ໃນການຍາດແຍ່ງດຶງດູດນັກລົງທຶນທີ່ມີຄຸນນະພາບ ຈາກຕ່າງປະເທດ ໂດຍລັດຖະບານຈະປັບປຸງ ແລະສ້າງສະພາບແວດລ້ອມ ດ້ານລະບຽບການທີ່ເອື້ອອຳນວຍຕໍ່ກັບການດຳເນີນທຸລະກິດໃຫ້ຫຼາຍຂຶ້ນກວ່າເກົ່າ, ທຶນການຊ່ວຍເຫຼືອດັ່ງກ່າວ ແມ່ນ ການປະກອບສ່ວນເພີ່ມຕື່ມ ຂອງລັດຖະບານອົດສະຕຣາລີ ເຂົ້າໃນກອງທຶນການຊ່ວຍເຫຼືອ ຂອງຫຼາຍຝ່າຍ ເພື່ອພັດທະນາ ດ້ານການຄ້າ ຊຶ່ງກອງທຶນດັ່ງກ່າວ ມີມູນຄ່າເບື້ອງຕົ້ນ 14 ລ້ານໂດລາ ຊຶ່ງໄດ້ຮັບການປະກອບສ່ວນເບື້ອງຕົ້ນກ່ອນແລ້ວ ຈາກປະເທດອົດສະຕຣາລີ, ໄອແລນ, ອາເມຣິກາ, ສະຫະພາບເອີຣົບ, ເຢຍລະມັນ ແລະ ທະນາຄານໂລກ, ມາຮອດປັດຈຸບັນ ໂຄງການພັດທະນາການ ຄ້າໄລຍະສອງນີ້ ໄດ້ຊ່ວຍປັບປຸງສະພາບແວດລ້ອມ ແລະ ລະບຽບການໃນການຄຸ້ມຄອງ ການເຄື່ອນຍ້າຍ ແລະ ຂະແໜງການບໍລິການເປົ້າໝາຍເຊັ່ນ: ຂະແໜງການໂທລະຄົມ ມະນາຄົມ ແລະ ການຄ້າດ້ານກະສິກຳ.

ທ່ານ ສົມຈິດ ອິນທະມິດ ໄດ້ກ່າວວ່າ: ການ ຊ່ວຍເຫຼືອເພີ່ມດັ່ງກ່າວ ຈະຊ່ວຍລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຊຸດທີ 8 ທີ່ມີບຸລິມະສິດ ເຮັດໃຫ້ເສດຖະກິດມີການເຕີບໂຕ ເຂັ້ມແຂງຕໍ່ເນື່ອງ ລວມທັງການຍົກສະມັດຖະພາບການຜະລິດ ແລະ ເປີດກວ້າງການເຊື່ອມໂຍງກັບພາກພື້ນ ແລະສາກົນ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...