Homeນານາສາລະໝາກສີດາ ຊ່ວຍຫຼຸດນໍ້າຕານໃນເລືອດ

ໝາກສີດາ ຊ່ວຍຫຼຸດນໍ້າຕານໃນເລືອດ

Published on

ໝາກສີດາເປັນໝາກໄມ້ ທີ່ມີວິຕາມິນ ແລະແຮ່ທາດຫຼາຍຊະນິດ ເຊິ່ງຈັດເປັນໝາກໄມ້ທີ່ມີວິຕາມິນຊີສງທີ່ສຸດ ໃນບັນດາໝາກໄມ້ທຸກຊະນິດ, ມີວິຕາມິນຊີສູງກວ່າໝາກກ້ຽງເຖິງ 5 ເທົ່າ, ເປັນໝາກໄມ້ທີ່ເມາະສຳລັບຄົນທີ່ຫຼຸດຄວາມອ້ວນ ເພາະໝາກສີດາມີກາກໃຍອາຫານ ເມື່ອກິນແລ້ວຈະເຮັດໃຫ້ອິ່ມດົນ

  • ມີສານຕ້ານອະນຸມູນອິດສະລະສງ ເຊິ່ງຊ່ວຍຢັບຢັ້ງການແກ່ກ່ອນໄວຕ່າງໆໄດ້ດີ
  • ຊ່ວຍເສີມສ້າງພູມຕ້ານທານໃຫ້ຮ່າງກາຍ
  • ຊ່ວຍບຳລຸງຜິວໃຫ້ສົດໃສ ປ້ອງກັນຜິວຈາກອະນຸມູນອິດສະລະ
  • ຊ່ວຍຫຼຸດຄວາມອ້ວນ ຫຼືຄວບຄຸມນໍ້າໜັກໄດ້
  • ຊ່ວຍຫຼຸດໄຂມັນໃນເລືອດ
  • ຊ່ວຍປ້ອງກັນ ແລະຫຼຸດຄວາມສ່ຽງຈາກພະຍາດມະເຮັງ
  • ຊ່ວຍປິ່ນປົວພະຍາດຄວາມດັນເລືອດສູງ
  • ຊ່ວຍປິ່ນປົວພະຍາດເບົາຫວານ
  • ຊ່ວຍປ້ອງກັນອາການຜິດປົກກະຕິຂອງຫົວໃຈ
  • ໃບໝາກສີດາ ຊ່ວຍດັບກິ່ນປາກ ດ້ວຍການຫຍໍ້າໃບສົດ 3-5 ໃບແລ້ວຄາຍຖິ້ມ
  • ໝາກສີດາອ່ອນຊ່ວຍບຳລຸງເຫືອກ ແລະແຂ້ວ
  • ຊ່ວຍບັນເທົາອາການເຈັບແຂ້ວ, ເຫືອກບວມ
  • ນໍ້າຕົ້ມໝາກສີດາແຫ້ງ ຊ່ວຍປິ່ນປົວອາການສຽງແຫ້ງ ແລະແກ້ຄໍອັກເສບ
  • ນໍ້າຕົ້ມໃບສີດາສົດ ຊ່ວຍປິ່ນປົວອາການເຈັບທ້ອງ, ປ້ອງກັນພະຍາດລຳໄສ້ອັກເສບ
  • ໃບຊ່ວຍຮັກສາອາການເຈັບທ້ອງ
  • ຫມາກສຸກໃຊ້ກິນເປັນຢາລະບາຍ ແກ້ອາການທ້ອງຜູກ
  • ຊ່ວຍລ້າງພິດໃນຮ່າງກາຍ
  • ໃບໃຊ້ເປັນຢາລ້າງບາດແຜ, ດູດໜອງ, ຖອນພິດ, ແກ້ພິດຊໍ້າເຮື້ອ, ນໍ້າກັດຕີນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...