Homeຂ່າວເຫດການສະພາບອາກາດ ປະຈຳວັນທີ 14 ມີນາ 2017

ສະພາບອາກາດ ປະຈຳວັນທີ 14 ມີນາ 2017

Published on

ພະຍາກອນອາກາດ ຂອງວັນທີ 14 ມີນາ 2017 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຢູ່ຕື່ມອີກ ຢູ່ແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມເປັນສ່ວນຫຼາຍໃນຕອນກາງເວັນ, ສ່ວນແຂວງພາກເໜືອດ້ານຕາເວັນອອກ, ແຂວງ ໄຊສົມບຸນ ແລະ ເຂດພູພຽງບໍລະເວນ ອາກາດຍັງເຢັນ ແລະ ມີໝອກບາງໃນຕອນເຊົ້າ.

  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນອອກ: ອາກາດເຢັນ ແລະມີໝອກປົກຫຸ້ມໃນຕອນເຊົ້າ ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະສູງສຸດ 31-33 ອົງສາ

 

  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນຕົກ: ມີໝອກປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງໃນຕອນເຊົ້າ ຢູ່ແຂວງອຸດົມໄຊ ອຸນຫະພູມຕໍ່າສຸດ 15-17 ອົງສາ ແລະສູງສຸດ 31-33 ອົງສາ, ສ່ວນແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະໄຊຍະບູລີ ອາກາດຈະຮ້ອນຂຶ້ນຕື່ມອີກ ພ້ອມມີໝອກແຫ້ງປົກຄຸມຢູ່ທົ່ວໄປ ອຸນຫະພູມຕໍ່າສຸດ 19-21 ອົງສາ ແລະສູງສຸດ 37-39 ອົງສາ

  • ສະພາບອາກາດ ແຂວງພາກກາງ: ນະຄອນຫຼວງ: ອາກາດຮ້ອນ ຫາຮ້ອນອົບເອົ້າ ແລະມີໝອກແຫ້ງປົກຄຸມຢູ່ທົ່ວໄປ ອຸນຫະພູມຕໍ່າສຸດ 22-24 ອົງສາ ແລະສູງສຸດ 37-39 ອົງສາ

    ພາກກາງ: ອາກາດຮ້ອນ ຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະສູງສຸດ 36-38 ອົງສາ

    ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມຕໍ່ສຸດ 13-15 ອົງສາ ແລະສູງສຸດ 28-30 ອົງສາ

  • ສະພາບອາກາດ ແຂວງພາກໃຕ້: 

ພາກໃຕ້: ອາກາດຮ້ອນຂຶ້ນຕື່ມອີກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະສູງສຸດ 33-35 ອົງສາ

ສຳລັບເຂດປາກຊ່ອງ, ນິຄົມ 34: ອາກາດຍັງໜາວເຢັນ ແລະມີໝອກບາງໃນຕອນເຊົ້າ ອຸນຫະພູມຕໍ່ສຸດ 12-14 ອົງສາ ແລະສູງສຸດ 26-28 ອົງສາ

ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...