Homeຂ່າວການພັດທະນາແຕ່ປີ 2017-2021 ລາວອາດໄດ້ຮັບການຊ່ວຍເຫຼືອຈາກ ສປຊ 103 ລ້ານໂດລາສະຫະລັດ

ແຕ່ປີ 2017-2021 ລາວອາດໄດ້ຮັບການຊ່ວຍເຫຼືອຈາກ ສປຊ 103 ລ້ານໂດລາສະຫະລັດ

Published on

ທ່ານນາງ ເຮເລນ ຄຼາກ ຜູ້ອຳນວຍການໃຫຍ່ຂອງອົງການສະຫະປະຊາຊາດ ເພືອການພັດທະນາ, ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 12-13 ມີນາ 2017 ແລະໃນວັນທີ 13 ມີນາ 2017 ເວລາ 09:00 ໂມງ ທ່ານພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ແລະໃນຕອນບ່າຍຂອງວັນດຽວກັນ ກໍໄດ້ເຂົ້າພົບປະທ່ານ ນາງ ປານີຢ່າທໍ່ຕູ້ ປະທານສະພາແຫ່ງຊາດ

ໃນການເຂົ້າຢ້ຽມຂໍ່ານັບ ຂອງທ່ານນາງ ເຮເລນ ຄຼາກ ກັບການນຳຂັ້ນສູງຂອງສປປ ລາວຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສປປ ລາວ ແລະອົງການສະຫະະຊາຊາດເວົ້າລວມ, ເວົ້າສະເພາະແມ່ນ ສປປ ລາວ ແລະອົງການ ສປຊ ເພື່ອການພັດທະນາ ໂດຍສະເພາະການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເປົ້າໝາຍະຫັດສະວັດ ເພື່ອການພັດທະນາ ຈົນມາເຖິງເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດແຜນງານໂຄງການ ແລະກິດຈະກຳຕ່າງໆຕະຫຼອດໄລຍະຜ່ານມາ

ການນຳຂັ້ນສູງຂອງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ອົງການ ສປຊ ເພື່ອການພັດທະນາ ທີ່ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອ ສປປ ລາວ ຜ່ານບັນດາແຜນງານ ແລະໂຄງການຕ່າງໆໂດຍມີມູນຄ່າປະມານ 100 ລ້ານໂດລາສະຫະລັດ, ສຳລັບແຜນງານສົກປີ 2011-2016 ແລະສຳລັບສົກປີ 2017-2021 ງົບປະມານ ທີ່ຄາດຄະເນໄວ້ປະມານ 103 ລ້ານໂດລາສະຫະລັດ ທີ່ເປັນສ່ວນສຳຄັນໃນການປະກອບສ່ວນສຳຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ລວມທັງການແກ້ໄຂຄວາມຫຍຸ້ງຍາກ, ຂະບວນການກອງປະຊຸມໂຕະມົນ, ວຽກງານເກັບກ້ລະເບີດ, ການປັບປຸງບູລະນະການປົກຄອງ ແລະອື່ນໆ

ໃນໂອກາດດຽວກັນທ່ານນາງ ເຮເລນ ຄຼາກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະຄວາມຄືບໜ້າໃນຫຼາຍດ້ານຂອງລັດຖະບານລາວ ໃນການພັດທະນາປະເທດ.

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...