Homeຂ່າວຕ່າງປະເທດຮືຮາເຮືອນກາຍເປັນນໍ້າກ້ອນ! ພາຍຫຼັງພາຍຸລະດູໜາວພັດຖະຫຼົ່ມລັດນິວຢອກ   

ຮືຮາເຮືອນກາຍເປັນນໍ້າກ້ອນ! ພາຍຫຼັງພາຍຸລະດູໜາວພັດຖະຫຼົ່ມລັດນິວຢອກ   

Published on

ສຳນັກຂ່າວບີບີຊີລາຍງານ ວັນທີ 13 ມີນາ 2017 ຜ່ານມາວ່າ ສະພາບອາກາດທີ່ໜາວຈັດ ໃນລັດນິວຢອກ ປະເທດສະຫະລັດອາເມລິກາ ໄດ້ເຮັດໃຫ້ເຮືອນຫຼັງໜຶ່ງທີ່ຕັ້ງຢູ່ທະເລສາບອອນແທຣີໂອ ຖືກພາຍຸລະດູໜາວພັດເອົານໍ້າໃນທະເລສາບຂຶ້ນຝັ່ງ, ເຮັດໃຫ້ເຮືອນດັ່ງກ່າວກາຍເປັນນໍ້າກ້ອນທີ່ເຫັນໃນພາບ ເຊິ່ງຊ່າງພາບທ່ານໜຶ່ງໄດ້ໄປເຫັນ ແລ້ວຖ່າຍຮູບໂພສລົງໃນໂລກອອນໄລນ໌ ເຊິ່ງໄດ້ສ້າງຄວາມປະຫຼາດໃຈໃຫ້ແກ່ຜູ້ທີ່ພົບເຫັນ

ເຫດການດັ່ງກ່າວເກີດຂຶ້ນໃນຂະນະທີ່ອາທິດແລ້ວນີ້ ລັດນິວຢອກ ຕ້ອງພົບກັບພາຍຸລະດູໜາວ ທີ່ຄວາມກຳລັງຮຸນແຮງຫຼາຍພໍທີ່ຈະເຮັດໃຫ້ໄຟຟ້າດັບ, ເຊິ່ງກະທົບຕໍ່ປະຊາຊົນຫຼາຍໝື່ນຄົນ ທີ່ບໍ່ມີໄຟຟ້າໃຊ້ຫຼາຍວັນ

ທາງສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງສະຫະລັດ ໄດ້ປະກາດເຕືອນໄພພາຍຸຫິມະ ໃນລັດນິວຢອກ ທີ່ຄາດວ່າໃນມະຫານະຄອນນິວຢອກ ແລະພື້ນທີ່ໃກ້ຄຽງ ຈະມີຫິມະຕົກໜາສູງເຖິງ 12-20 ນິ້ວ ໃນລະຫວ່າງວັນທີ 13-14 ມີນາ 2017 ນີ້

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...