Homeຂ່າວເຫດການລາວ-ລັດເຊຍ ເສີມຂະຫຍາຍສາຍພົວພັນການຮ່ວມມືຂອງສອງກອງທັບ

ລາວ-ລັດເຊຍ ເສີມຂະຫຍາຍສາຍພົວພັນການຮ່ວມມືຂອງສອງກອງທັບ

Published on

​ໃນ​ວັນ​ທີ 13 ມີນາ 2017 ຜ່ານມາ ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ມີ​ການ​ພົບ​ປະລະຫວ່າງ ລາວ-ລັດ​ເຊຍ ຝ່າຍ​ລາວ​ນຳ​ໂດຍ​ທ່ານ ພົ.ຕ ສຸ​ວອນ ​ເລືອ​ງບຸນ​ມີ ຮອງ​ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ ພ້ອມ​ດ້ວຍ​ຄະນະ ​ແລະ ສ່ວນຝ່າຍລັດ​ເຊຍ ​ນຳ​ໂດຍ​ທ່ານ ພົນ​ໂທ ຊາ​ລູກົບ ອາ​ເລກ ລິ​ໂອ​ນີ​ໂດ​ວິຈ ຜູ້​ບັນຊາ​ການ​ທະຫານ​ບົກ ກະຊວງປ້ອງ​ກັນ​ປະ​ເທດ ​ແຫ່ງ ສ ລັດ​ເຊຍ ພ້ອມ​ດ້ວຍ​ຄະນະ. ​

ໃນລະຫວ່າງທີ່ທັງສອງຝ່າຍພົບປະກັນນັ້ນ ກໍໄດ້ມີການປຶກສາຫາລືເປັນເອກະພາບ ແລະໄດ້ລາຍ​ງານ​ໃຫ້​ຄະນະ​ນຳ​ກະຊວງ ​ແຕ່ລະ​ຝ່າຍ​ຮັບ​ຊາບ ​ເຖິງທິດ​ທາງການ​ຮ່ວມ​ມື​ໃນ​ຕໍ່ໜ້າ​ຄື: ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ​ແລະຂັ້ນ​ຕ່າງໆ ທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ແນ່​ໃສ່​ຈັດ​ຕັ້ງ​ປະຕິບັດ​ຜັນ​ຂະຫຍາຍ ເນື້ອ​ໃນການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງ​ກອງທັບ​ ລາວ-ລັດ​ເຊຍ ​ໃຫ້​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ; ພ້ອມ​ດຽວ​ກັນ ​ຝ່າຍ​ລັດ​ເຊຍ​ ຈະ​ສືບ​ຕໍ່​ຊ່ວຍ​ກໍ່ສ້າງ​ ພະນັກງານກອງທັບ​ປະຊາຊົນ​ລາວ ໃນ​ໄລຍະ​ສັ້ນ ​ແລະໄລຍະ​ຍາວ ​ໃນ​ຂະ​ແໜງ​ການ​ຕ່າງໆ ທີ່​ເຫັນ​ວ່າ​ຝ່າຍ​ລາວ ​ຍັງ​ມີ​ຄວາມ​ຕ້ອງ​ການ.

​ໃນ​ໂອກາດ​ດຽວກັນນັ້ນ, ທ່ານ ພົ.ຕ ສຸ​ວອນ ​ເລືອ​ງບຸນ​ມີ ​ໄດ້​ກ່າວ​ວ່າ: ໃນການ​ຢ້ຽ​ມຢາມ​ໃນຄັ້ງນີ້ຂອງ ​ທ່ານ ພົນ​ໂທ ຊາ​ລູກົບ ອາ​ເລກ ລິ​ໂອ​ນີ​ໂດ​ວິຈ ພ້ອມ​ດ້ວຍ​ຄະນະ​ ​ເປັນ​ການ​ປະກອບ​ສ່ວນ​ອັນສຳຄັນ ​​ເຂົ້າໃນ​ການ​ເສີມ​ຂະຫຍາຍ ສ້າງສາ​ຍພົວພັນ​ຮ່ວມ​ມື ​ທີ່​ມີ​ມູນ​ເຊື້ອ​ຂອງ​ສອງ​ຊາດ, ສອງ​ກອງທັບ ​ໃຫ້​ນັບ​ມື້ນັບ​ແໜ້ນ​ແຟ້ນ ​ແລະຈະ​ເລີນງອກ​ງານ​ຍິ່ງ​ໆ​ຂຶ້ນ​ໄປ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...