Homeຂ່າວພາຍ​ໃນຮອງນາຍົກ ໂອ້ລົມພີ່ນ້ອງເຊື້ອຊາດລາວ ແລະນັກສຶກສາຢູ່ຍີ່ປຸ່ນ

ຮອງນາຍົກ ໂອ້ລົມພີ່ນ້ອງເຊື້ອຊາດລາວ ແລະນັກສຶກສາຢູ່ຍີ່ປຸ່ນ

Published on

ໃນລະຫວ່າງວັນທີ 5-10 ມີນາ 2017 ຜ່ານມາ ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແ່ຫງ ສປປ ລາວ ໃນໂອກາດຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ໄດ້ຖືໂອກາດໂອ້ລົມ ກັບພີ່ນ້ອງຄົນເຊື້ອຊາດລາວ ແລະນັກສຶກສາລາວຢູ່ປະເທດຍີ່ປຸ່ນ.
ໃນການໂອ້ລົມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງສະພາບການ ແລະ ເຫດການສຳຄັນທີ່ພົ້ນເດັ່ນຢູ່ໃນ ສປປ ລາວ ໃນປີ 2016 ຜ່ານ ມາເປັນຕົ້ນ, ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ; ຜົນການເລືອກຕັ້ງສະມາຊິກສະພາຊຸດທີ VIII; ການຈັດຕັ້ງຄະນະລັດຖະບານລາວຊຸດທີ VIII ແລະ ຜົນສຳເລັດການເປັນປະທານໝູນວຽນອາຊຽນ ຄັ້ງທີ 2 ຂອງ ສປປ ລາວ. ໂດຍສະເພາະໄດ້ຍົກໃຫ້ເຫັນສະພາບ ການປັບປຸງການບໍລິຫານປະເທດຂອງຄະນະລັດຖະບານ ຊຸດທີ VIII ເປັນຕົ້ນການ ແກ້ໄຂບັນຫາສໍ້ລາດບັງຫຼວງ, ອອກດຳລັດ 15 ກ່ຽວກັບການ ຫ້າມຕັດໄມ້ ແລະ ສົ່ງໄມ້ທ່ອນ ອອກນອກປະເທດ, ບັນຫາທີ່ດິນ, ການດັດປັບລາຄາໄຟຟ້າ ຈາກ 3 ລະດັບມາເປັນ 6 ລະດັບ, ຮັດກຸມການນຳເຂົ້ານ້ຳມັນ ແລະ ການແກ້ໄຂບັນຫາ ຫຍໍ້ທໍ້ຕ່າງໆໃນສັງຄົມ ຊຶ່ງລັດຖະບານໄດ້ອອກກົດໝາຍຄຸ້ມຄອງສື່ອອນລາຍ ໂດຍຖືໂອກາດນີ້ແຈ້ງເຕືອນພີ່ນ້ອງຄົນເຊື້ອຊາດລາວ ແລະ ນັກສຶກສາລາວຢູ່ປະເທດຍີ່ປຸ່ນໃຫ້ມີສະຕິລະວັງຕົວ ເພື່ອຮັບເອົາຂໍ້ມູນຂ່າວສານທີ່ຖືກຕ້ອງ. ປັດຈຸບັນ, ລັດຖະບານກຳລັງເອົາໃຈໃສ່ໃນການປະຕິບັດແຜນພັດ ທະນາເສດຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ເພື່ອ ນຳພາປະເທດຊາດໃຫ້ຫຼຸຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.
ນອກນັ້ນ, ທ່ານຮອງນາຍົກຍັງໄດ້ຍົກໃຫ້ເຫັນເຖິງສະພາບການພົວພັນຮ່ວມມືສອງ ຝ່າຍລາວ – ຍີ່ປຸ່ນ ທີ່ເປັນການ ພົວພັນທີ່ດີມາກວ່າ 6 ທົດສະວັດ ໂດຍການນຳຂັ້ນສູງ ແລະ ຂະແໜງການຕ່າງໆໄດ້ສືບຕໍ່ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປະຈຳ, ພິເສດຜູ້ນຳສອງປະເທດໄດ້ ຕົກລົງຍົກລະດັບການພົວພັນ ຮ່ວມມືແບບຮອບດ້ານເປັນຄູ່ ຮ່ວມຍຸດທະສາດ, ສອງປະເທດສະເຫຼີມສະຫຼອງວັນສ້າງ ຕັ້ງສາຍພົວພັນການທູດຄົບຮອບ 60 ປີ ໃນປີ 2015; ການພົວພັນທາງດ້ານເສດຖະກິດ ລາວ – ຍີ່ປຸ່ນ ກໍໄດ້ມີການຂະຫຍາຍຕົວຂຶ້ນ ໂດຍສະເພາະ ປັດຈຸບັນໄດ້ມີນັກທຸລະກິດຍີ່ ປຸ່ນໃຫ້ຄວາມສົນໃຈເຂົ້າມາລົງ ທຶນຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍນັກລົງທຶນຂອງຍີ່ປຸ່ນຢູ່ໃນ ອັນດັບ 8 ທີ່ມາລົງທຶນຢູ່ ສປປ ລາວ ແລະ ທີ່ສຳຄັນຍີ່ປຸ່ນເປັນ ປະເທດທີ່ໃຫ້ການຊ່ວຍເຫຼືອ (ODA) ແກ່ ສປປ ລາວ ອັນ ດັບໜຶ່ງ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກ ສອນໄຊ ສີ ພັນດອນ ຍັງໄດ້ຕາງໜ້າໃຫ້ ແກ່ພັກ ແລະ ລັດຖະບານລາວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ ອາໄສຢູ່ຍີ່ປຸ່ນ ໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍໄດ້ເນັ້ນໜັກເຖິງນະໂຍບາຍຂອງ ພັກ- ລັດຖະບານ ຍາມໃດກໍຖື ສະເໝີວ່າພີ່ນ້ອງຄົນເຊື້ອຊາດ ລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ເຊິ່ງບໍ່ສາມາດຕັດແຍກອອກ ຈາກວົງຄະນາຍາດແຫ່ງຊາດລາວໄດ້, ເປັນແຫຼ່ງກຳລັງແຮງອັນ ໜຶ່ງໃນການປະກອບສ່ວນປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃຫ້ມີຄວາມ ຈະເລີນກ້າວໜ້າ, ເປັນຂົວຕໍ່ໃນ ການເປີດກວ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...