Homeຂ່າວເຫດການອົງການພັດທະນາອາເມຣິກາ ມອບມຸ້ງ ໜຶ່ງແສນກວ່າດາງ ໃຫ້ກະຊວງສາທາລະນະສຸກ

ອົງການພັດທະນາອາເມຣິກາ ມອບມຸ້ງ ໜຶ່ງແສນກວ່າດາງ ໃຫ້ກະຊວງສາທາລະນະສຸກ

Published on

ໃນ​ວັນ​ທີ 10 ມີນາ 2017ຜ່ານມາ ທີ່​ສູນ​ໄຂ້ຍຸງ​ແມ່​ກາ​ຝາກ ແລະ ແມງໄມ້ ໄດ້​ຈັດ​ພິທີ​ມອບ-ຮັບ​ມຸ້ງເຄືອບ​ຢາ​ຍາວ​ນານ ​ຈາກ​ອົງການພັດທະນາ​ອາ​ເມ​ຣິ​ກາ ​ໃຫ້​ແກ່​ກະຊວງ​ສາທາລະນະ​ສຸກ, ເຊິ່ງຕາງໜ້າມອບ​ໂດຍ​ທ່ານ ໄມ​ໂຄ​ຄລາຍ ອຸປະ​ທູດ​ສະຫະລັດ​ອາ​ເມ​ຣິ​ກາປະຈຳ​ລາວ ແລະ ຕາງໜ້າ​ຮັບໂດຍ​ທ່ານ ພູທອນ ເມືອງ​ປາກ ຮອງ​ລັດຖະມົນຕີ​ກະຊວງ​ສາ​ທາລະນະ​ສຸກ ແລະມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໃນ​ການ​ຊ່ວຍເຫຼືອ​ຄັ້ງ​ນີ້​ ອົງການ​ພັດທະນາ​ອາ​ເມ​ຣິ​ກາ ​ໄດ້ນຳ​ມຸ້ງຈຳນວນ 120.000 ດາງ ມາ​ມອບ​ໃຫ້​ແກ່​ກະຊວງ​ສາ​ທາລະນະ​ສຸກ ເພື່ອ​ໄປ​ມອບ​ຕໍ່ໃຫ້ 7 ແຂວງ​ຄື: ແຂວງ​ຜົ້ງ​ສາລີ, ອຸດົມໄຊ,ໄຊ​ຍະ​ບູ​ລີ, ຄໍາ​ມ່ວນ, ສະຫວັນນະ​ເຂດ, ສາລະ​ວັນ ແລະ ແຂວງບໍ​ລິ​ຄຳໄຊ ເຊິ່ງ​ອົງການ​ນີ້​ ໄດ້​ໃຫ້ການຊ່ວຍເຫຼືອ​ມາ​ຕັ້ງແຕ່​ປີ 2011 ຈົນຮອດ​ປີ 2017 ລວມ​ທັງ​ໝົດ 472.100 ດາງ ສາມາດ​ປ້ອງ​ກັນໃຫ້​ປະຊາຊົນ​ໄດ້ 849.780 ຄົນ.

ນອກຈາກ​ນັ້ນ ອົງການ​ດັ່ງກ່າວ ຍັງ​ໄດ້​ຊ່ວຍເຫຼືອ​ການ​ຕອບ​ໂຕ້ການ​ລະບາດ​ ການ​ກໍ່ສ້າງ​ບຸ​ຄະລາ​ກອນ​ການ​ເຝົ້າ​ລະວັງ ແລະ ການຕິດຕາມ​ເຊື້ອ​ຕ້ານ​ຕໍ່​ຢາ​ ໂດຍ​ຜ່ານ​ອົງການ​ອະນາໄມ​ໂລກ ແລະ ໄດ້ຊ່ວຍ​ຢາ​ປິ່ນປົວ​ໄຂ້ຍຸງ​ລາຍ ແລະ ເຄື່ອງ​ບົ່ງມະຕິ​ພະຍາດ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...