Homeນານາສາລະວິທີແກ້ບັນຫາຕ່າງໆໃນເສັ້ນຜົມໄດ້ ພາຍໃນ 1 ຊົ່ວໂມງ

ວິທີແກ້ບັນຫາຕ່າງໆໃນເສັ້ນຜົມໄດ້ ພາຍໃນ 1 ຊົ່ວໂມງ

Published on

ບັນຫາເສັ້ນຜົມທີ່ແຫ້ງແຕກປາຍ, ຜົມຂາດ, ຜົມຫຼົ່ນ ເປັນບັນຫາໜຶ່ງທີ່ຜູ້ຍິງຫຼາຍຄົນໃສ່ໃຈເປັນພິເສດ, ດັ່ງນັ້ນ ຜູ້ຍິງຈຶ່ງຕ້ອງຊອກຫາວິທີການແກ້ໄຂບັນຫາເສັ້ນຜົມ ໃຫ້ກັບມາມີສຸຂະພາບດີ ມີຜົມທີ່ເງົາງາມ, ຜົມບໍ່ຫຼົ່ນ, ສະນັ້ນມື້ນີ້ ລາວໂພສຈຶ່ງມີວິທີທຳມະຊາດ ທີ່ຈະຊ່ວຍແກ້ບັນຫາຕ່າງໆ ເທິງເສັ້ນຜົມມາຝາກທ່ານຜູ້ອ່ານທັງຫຼາຍ

ໝາກນັດ ມີເອນໄຊ ທີ່ເຮັດໃຫ້ເສັ້ນຜົມຂອງເຮົາເງົາງາມ ແລະຊຸ່ມຊື່ນບໍ່ແຫ້ງເສຍ, ມີຄຸນສົມບັດທີ່ຊ່ວຍໃນການຈະເລີນເຕີບໂຕຂອງເສັ້ນຜົມຕາມທຳມະຊາດ ແລະຊ່ວຍໃຫ້ເສັ້ນຜົມແຂງແຮງຂຶ້ນ

ສ່ວນປະກອບ:

  • ເປືອກໝາກນັດ
  • ກວດສະເປ
  • ນໍ້າສະອາດ 1 ລິດ

ວິທີເຮັດ ແລະການປະຕິບັດ:

  • ທຳອິດແມ່ນຕ້ອງປອກເປືອກໝາກນັດອອກໃຫ້ຮຽບຮ້ອຍ ແລະເອົາເປືອກໝາກນັດໃສ່ລົງໃນໝໍ້ທີ່ມີນໍ້າ 1 ລິດ ແລະເອົາໄປຕົ້ມຈົນຟົດ, ເມື່ອຟົດແລ້ວຄ່ອຍຜ່ອນໄຟລົງ ແລະຄ້ຽວຕໍ່ 5 ນາທີ ແລ້ວປົງໝໍ້ໃຫ້ເຢັນ
  • ຂັ້ນຕອນຕໍ່ໄປແມ່ນ ໃຫ້ຕອງເອົານໍ້າຕົ້ມເປືອກໝາກນັດລົງໃສ່ໃນສະເປ ແລະສີດສ່ວນປະສົມນັ້ນໃສ່ຮາກຜົມໃຫ້ປຽກຊຸ່ມ ແລ້ວປະໄວ້ 1 ຊົ່ວໂມງ ແລະລ້າງອອກດ້ວຍນໍ້າສະອາດ ເຮັດຕາມຂັ້ນຕອນນີ້ ອາທິດລະ 4 ເທື່ອ, ຈາກນັ້ນເຈົ້າຈະເຫັນ ການປ່ຽນແປງທີ່ດີຂອງເສັ້ນຜົມ

ດັ່ງນັ້ນ ເມື່ອທ່ານຮູ້ແນວນີ້ແລ້ວ ກໍເລີ່ມລົງມືເຮັດຕັ້ງແຕ່ມື້ນີ້ ເພື່ອເສັ້ນຜົມທີ່ງາມ ແລະແຂງແຮງ ບໍ່ພົບກັບບັນຫາເສັ້ນຜົມອີກຕໍ່ໄປ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...