Homeນານາສາລະວິທີແກ້ຮ້ອນມື ຈາກໝາກເຜັດ

ວິທີແກ້ຮ້ອນມື ຈາກໝາກເຜັດ

Published on

ຫຼາຍໆຄົນເວລາທີ່ຄັ້ນໝາກເຜັດ, ຊອຍໝາກເຜັດ ຈະເຮັດໃຫ້ເຮົາຮ້ອນມື ເພາະມືເຮົາບາງ ເວລາໄປສຳຜັດກັບໝາກເຜັດຈະຮູ້ສຶກຮ້ອນບໍ່ຫຼາຍກໍໜ້ອຍ, ດັ່ງນັ້ນ ເຮົາມາຮູ້ຈັກກັບວິທີແກ້ມືຮ້ອນຈາກໝາກເຜັດ ນຳກັນເລີຍ

  1. ໃຊ້ເກືອປົ່ນ: ຫາກເຈົ້າຊອຍໝາກເຜັດແລ້ວມີອາການຮ້ອນແສບມື ໃຫ້ເອົາເກືອທີ່ເຮົາໃຊ້ແຕ່ງອາຫານ ມາທາໃສ່ມືແລ້ວລູບເກືອໃສ່ຜິວບໍລິເວນຮູ້ສຶກຮ້ອນ, ຖູໄປມາບຶດໜຶ່ງຈະຊ່ວຍຫຼຸດຄວາມແສບຮ້ອນຈາກໝາກເຜັດໄດ້
  2. ໃຊ້ແປ້ງ: ໃຊ້ແປ້ງຊ່ວຍຫຼຸດອາການແສບຮ້ອນຈາກໝາກເຜັດໄດ້ເຊັ່ນ: ແປ້ງຝຸ່ນ, ແປ້ງທາຕົວ, ແປ້ງເຮັດອາຫານ, ແປ້ງເຢັນ, ແປ້ງເດັກ ກໍສາມາດເອົາມາໃຊ້ໄດ້ ໂດຍວິທີການແມ່ນ ໃຫ້ເອົາແປ້ງມາທາລູບໃສ່ບໍລິເວນທີ່ມືຮ້ອນ ປະໄວ້ບຶດໜຶ່ງອາການຈະດີຂຶ້ນ
  3. ຖູມືດ້ວຍໃບໝາກເຜັດ: ຫາກເຈົ້າຮູ້ສຶກຮ້ອນມືຈາກໝາກເຜັດ ໃຫ້ເອົາໃບຂອງໝາກເຜັດມາບົດລະອຽດ ຫຼືຕຳໃຫ້ແຫຼກ ແລ້ວເອົາມາທາມືບໍລິເວນທີ່ມີອາການ ແລ້ວປະໄວ້ບຶດດຽວອາການແສບຈະດີຂຶ້ນ
  4. ແຊ່ມືໃນນໍ້າເກືອ: ດ້ວຍການກຽມນໍ້າເກືອແບບເຄັມໆ ໂດຍໃຊ້ເກືອທີ່ເຮົາແຕ່ງກິນນັ້ນ, ຈາກນັ້ນເອົາມືຈຸ່ມລົງແຊ່ໄວ້ປະມານ 2-3 ນາທີ ຈະຊ່ວຍບັນເທົາອາການແສບມືໄດ້
  5. ແຊ່ມືໃນເຂົ້າສານ: ດ້ວຍການເອົາມືທີ່ແສບຮ້ອນນັ້ນໄປຈຸ່ມມືລົງໃນຖັງເຂົ້າສານ ແຊ່ໄວ້ແບບນັ້ນອາການແສບຮ້ອນຈະຫຼຸດລົງ ແລະດີຂຶ້ນ ເຊິ່ງເປັນວິທີທີ່ງ່າຍດາຍ
  6. ໃຊ້ນໍ້າໝາກນາວ: ເອົານໍ້າໝາກນາວມາທາລົງບໍລິເວນທີ່ແສບຮ້ອນມື ແລ້ວລ້າງອອກດ້ວຍນໍ້າສະອາດ ຈະຊ່ວຍອາການແສບຮ້ອນມືຫຼຸດລົງໄດ້

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...