spot_img
Homeຂ່າວຕ່າງປະເທດກອງຂີ້ເຫຍື້ອຖະຫຼົ່ມ ຢູ່ເອທິໂອເປຍ ເສຍຊີວິດແລ້ວ 48 ຄົນ

ກອງຂີ້ເຫຍື້ອຖະຫຼົ່ມ ຢູ່ເອທິໂອເປຍ ເສຍຊີວິດແລ້ວ 48 ຄົນ

Published on

ເອພີ ລາຍງານເມື່ອວັນທີ 12 ມີນາ 2017 ຜ່ານມາວ່າ ເກີດເຫດດິນຖະຫຼົ່ມຢູ່ບໍລິເວນຖິ້ມຂີ້ເຫຍື້ອ ໃນພື້ນທີ່ນະຄອນແອດດິສ ອະບາບາ ເມືອງຫຼວງຂອງປະເທດເອທິໂອເປຍ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ ພົບສົບແລ້ວ 48 ຄົນ ແລະຄາດວ່າຍັງມີຜູ້ຕິດຢູ່ໃຕ້ກອງຂີ້ເຫຍື້ອອີກຫຼາຍສິບຄົນ ເພາະຍັງມີຜູ້ສູນຫາຍເປັນຈຳນວນຫຼາຍ.

ສະຖານທີ່ເກີດເຫດນັ້ນ ເປັນບ່ອນຖິ້ມຂີ້ເຫຍື້ອມາດົນກວ່າ 50 ປີ, ເຊິ່ງຢູ່ດີໆດິນກໍຖະຫຼົ່ມລົງມາ ໃນຕອນກາງຄືນຂອງວັນເສົາ ວັນທີ 11 ມີນາ 2017 ເຊິ່ງມີຄົນຢູ່ໃນບໍລິເວນນັ້ນ 150 ຄົນ, ເຮັດໃຫ້ກອງຂີເຫຍື້ອທີ່ໃຫຍ່ມະຫຶມານັ້ນທັບເຮືອນ ແລະບ່ອນຢູ່ອາໄສຂອງຄົນທຸກຍາກໃນພື້ນທີ່ດັ່ງກ່າວ, ເຮັດໃຫ້ກູ້ໄພເຂົ້າຊ່ວຍເຫຼືອຊາວບ້ານ ທີ່ປອດໄພໄດ້ປະມານ 37 ຄົນ

ທາງເຈົ້າໜ້າທີ່ເຊື່ອວ່າ ຈຳນວນຜູ້ເສຍຊີວິດ ຈະເພີ່ມຂຶ້ນຫຼາຍກວ່ານີ້ ແລະຈະມີເດັກນ້ອຍຈຳນວນຫຼາຍ ໃນກຸ່ມຜູ້ເສຍຊີວິດ, ເຊິ່ງທາງເຈົ້າໜ້າທີ່ ໄດ້ຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...