Homeຂ່າວເຫດການສະວິດ ໃຫ້ທຶນສະໜັບສະໜູນປັບປຸງວິທະຍາໄລ ກະສິກຳ ແລະປ່າໄມ້

ສະວິດ ໃຫ້ທຶນສະໜັບສະໜູນປັບປຸງວິທະຍາໄລ ກະສິກຳ ແລະປ່າໄມ້

Published on

ໃນວັນທີ 6 ມີນາ 2017 ຜ່ານມາ ທີ່ກະຊວງກະສິກຳ ແລະປ່າໄມ້ ໄດ້ມີພິທີການ​ເຊັນ​ສັນຍາ ໂຄງການສະໜັບສະໜູນ ປັບປຸງວິທະຍາໄລ ກະສິກຳ ແລະປ່າໄມ້ ລະຫວ່າງທ່ານ ພວງ​ປາ​ຣິ​ສັກ ປຣະ​ວົງ​ວຽງ​ຄຳ ຮອງ​ລັດ​ຖະ​ມົນຕີ​ກະຊວງ​ກະສິກຳ ແລະ ປ່າໄມ້ ແລະ ທ່ານ ທິມ ແອນ​ເດີ​ລິນ ຫົວໜ້າ​ອົງການ​ພັດທະນາ ແລະ ຮ່ວມ​ມື ​ສະ​ວິດ ປະຈຳ​ພາກ​ພື້ນ​ແມ່ນ້ຳຂອງ ໂດຍ​ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ຮ່ວມ​ເປັນ​ສັກຂີ​ພິຍານ.

ໃນພິທີດັ່ງກ່າວນີ້, ທ່ານ ພວງ​ປາ​ຣິ​ສັກ ປຣະ​ວົງວຽງ​ຄຳ ເວົ້າ​ວ່າ: ໂຄງການ​ນີ້ ​ຈະ​ຊ່ວຍ​ໃຫ້ ​ສປປ ລາວ ກ້າວ​ໄປ​ສູ່​ກະສິກຳ​ການ​ຄ້າ​ຢ່າງເປັນ​ລະບົບ ແລະ ຊ່ວຍ​ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນະພາບສູງ, ເຊິ່ງລັດຖະບານສະ​ວິດ ສືບຕໍ່ສະໜັບສະໜູນ​ປັບປຸງ​ວິທະຍາໄລກະສິກຳ ແລະ ປ່າໄມ້ ໃນ ​ສປປ ລາວ ໄລຍະ​ທີ 3 ເປັນ​ຈຳນວນເງິນ 4,2 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 33,6 ຕື້​ກີບ ເພື່ອ​ພັດທະ​ນາ​ການ​ສິດສອນ​ໃຫ້​ມີ​ຄຸ​ນະພາບ ແລະ ໃຫ້ເປັນ​ຮູບ​ປະ​ທຳ​ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວຈິງ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...