Homeສຸຂະພາບ ແລະ ສີ່ງແວດລ້ອມສູດເຄື່ອງດື່ມ ຊ່ວຍຫຼຸດໄຂມັນໜ້າທ້ອງ ແລະຄໍເລດເຕີລໍ

ສູດເຄື່ອງດື່ມ ຊ່ວຍຫຼຸດໄຂມັນໜ້າທ້ອງ ແລະຄໍເລດເຕີລໍ

Published on

ຖ້າເຈົ້າເປັນຄົນໜຶ່ງທີ່ພະຍາຍາມຈະຫຼຸດໜ້າທ້ອງ ແລະຄໍເລດເຕີລໍ ລອງໃຊ້ສູດປະສົມທຳມະຊາດນີ້ ເຊິ່ງສ່ວນປະສົມນີ້ຫາໄດ້ງ່າຍ ພຽງແຕ່ໃຊ້ກະທຽມ ແລະວາຍແດງເທົ່ານັ້ນ ເພາະມັນຊ່ວຍກຳຈັດໄຂມັນສ່ວນເກີນ ແລະຊ່ວຍເຮັດໃຫ້ສຸຂະພາບເຈົ້າດີຂຶ້ນ

ກະທຽມ ເປັນສະໝຸນໄພທີ່ຊ່ວຍທຳຄວາມສະອາດເລືອດຈາກສານພິດຕ່າງໆ ແລະຊ່ວຍປັບປຸງການເຮັດວຽກຂອງອະໄວຍະວະໃຫ້ດີຂຶ້ນ, ຍັງຊ່ວຍເສີມສ້າງລະບົບພມຄຸ້ມກັນຂອງເຈົ້າ ແລະເລັ່ງການເຜົາຜານ  ເຊິ່ງຈະເຮັດໃຫ້ນໍ້າໜັກສ່ວນເກີນຂອງເຈົ້າຫຼຸດລົງໄດ້ຢ່າງວ່ອງໄວ, ຊ່ວຍເພີ່ມຄວາມຈຳໄດ້ດີຂຶ້ນ

ວາຍແດງ Resveratrol  ມີຄຸນສົມບັດຕ້ານການອັກເສບ ແລະສາມາດປ້ອງກັນເລືອດອຸດຕັນ ທີ່ສາມາດເຂົ້າໄປສູ່ບັນຫາຫົວໃຈ, ສານນີ້ຈະຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເຊວມະເຮັງໄດ້ອີກດ້ວຍ

ສູດເຄື່ອງດື່ມກະທຽມ:

  • ກະທຽມປອກກາບ 12 ກີບ
  • ວາຍແດງເຄິ່ງລິດ

ວິທີເຮັດ: ເລີ່ມຈາກປາດກະທຽມເປັນຕ່ອນນ້ອຍໆ ແລ້ວເອົາໃສ່ແກ້ວ ຖອກວາຍແດງລົງໄປໃຫ້ຖ້ວມກະທຽມ ຈາກນັ້ນປິດປາກແກ້ວ ແລະເກັບໄວ້ບໍ່ໃຫ້ຖືກແສງແດດເປັນເວລາ 15 ວັນ ແລະຕ້ອງໝັ່ນຊັ່ນແກ້ວທຸກມື້, ຫຼັງຈາກນັ້ນ 15 ມື້ຕໍ່ມາ ສ່ວນປະສົມຈະເຂົ້າກັນດີສາມາດກິນໄດ້, ຄວນກິນສ່ວນປະສົມນີ້ 1 ບ່ວງມື້ລະ 2  ເທື່ອ ເປັນເວລາ 1 ເດືອນ ເຊິ່ງເຄື່ອງດື່ມນີ້ມີປະໂຫຍດຕໍ່ສຸຂະພາບເຮົາຄື:

  • ຊ່ວຍຫຼຸດລະດັບຄໍເລດເຕີຣໍ
  • ຊ່ວຍທຳຄວາມສະອາດເລືອດ
  • ຊ່ວຍເຜົາຜານໄຂມັນ
  • ຊ່ວຍເລັ່ງການເຜົາຜານອາຫານ
  • ເພີ່ມຄວາມແຂງແຮງ
  • ບັນເທົາອາການອັກເສບຈາກພະຍາດຕ່າງໆ
  • ຊ່ວຍກຳຈັດສານພິດໃຫ້ອອກຈາກຮ່າງກາຍ
  • ກຳຈັດເກືອທີ່ເກີນຢູ່ໃນຮ່າງກາຍອອກ
  • ຊ່ວຍເພີ່ມພະລັງງານ
  • ຊ່ວຍໃຫ້ຫຼອດເລືອດ ແລະຫົວໃຈດີຂຶ້ນ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...