Homeຂ່າວທ້ອງຖິ່ນພິທີຫຼໍ່ຄຳ ເພື່ອໂອບໃສ່ຈອມພະທາດເຈດີ ຢູ່ວັດອົງຕື້ ທີ່ຊຳເໜືອ

ພິທີຫຼໍ່ຄຳ ເພື່ອໂອບໃສ່ຈອມພະທາດເຈດີ ຢູ່ວັດອົງຕື້ ທີ່ຊຳເໜືອ

Published on

ໃນວັນ​ທີ 8 ມີນາ 2017 ຜ່ານມາ ໄດ້ມີພິທີຫຼໍ່ຄຳນໍ້າໜັກຫຼາຍກວ່າ 5 ກິໂລກຣາມ ເພື່ອໂອບໃສ່ຈອມພະທາດເຈດີ ທີ່ວັດອົງຕື້ ເມືອງຊຳເໜືອ ແຂວງຫົວພັນ ໂດຍແມ່ນອົງການປົກຄອງ​ແຂວງ​ຫົວພັນ ​ຮ່ວມ​ກັບ​ບໍລິ​ສັດ ພອນ​ປະເສີດ ສຳ​ຫຼວດ ອອກ​ແບບ ທີ່​ປຶກສາ ແລະ ກໍ່ສ້າງ ຈຳກັດ, ເຊິ່ງໄດ້ຈັດພິທີຂຶ້ນ​ທີ່​ບໍລິສັດ ຜະລິດ​ຕະ​ພັນ​ວັດ​ທະນະ​ທຳ ບ້ານ​ໂພນ​ຕ້ອງ​ຈອມ​ມະນີ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງວຽງ​ຈັນ, ມີ​ພະ​ເຖລານຸເຖລະ, ທ່ານ ພັນ​ຄຳ ວິພາ​ວັນ ຮອງ​ປະທານ​ປະເທດ ພ້ອມ​ດ້ວຍ​ທ່ານເຈົ້າແຂວງ​ຫົວພັນ ບັນດາ​ພັນ​ລະຍາ​ການ​ນຳ, ນັກທຸລະກິດ ແລະເຈົ້າພາບ​ເຈົ້າ​ສັດທາ​ເຂົ້າ​ຮ່ວມ.

ໃນ​ພິ​ທີດັ່ງກ່າວ ທ່ານ ວັນ​ໄຊ ແພງ​ຊຸມມາ ເຈົ້າແຂວງ​ຫົວພັນ ໄດ້​ຕາງໜ້າ​ໃຫ້ການ​ນຳ​ແຂວງ​ຫົວພັນ ​ຂຶ້ນກ່າວ​ລາຍ​ງານ​ວ່າ: ພະທາດ​ເຈດີ ແມ່ນ​ໜຶ່ງ​ໃນ 8 ກິດ​ຈະກຳ​ຂອງ​ໂຄງການ​ກໍ່ສ້າງ​ວັດ​ອົງຕື້​ທີ່​ແຂວງ​ຫົວພັນ,​ ເຊິ່ງ​ໂຄງການ​ທີ່ສ້າງ​ສຳເລັດ​ປະກອບ​ມີ: ສິມ, ສາລາ​ໂຮງ​ທຳ, ກຸດຕິ, ຫໍ​ກອງ​ສັດທາ, ຫໍ​ໄຕປິດົກ, ຫ້ອງ​ນ້ຳ, ປະຕູໂຂງ ແລະອື່ນໆ. ສ່ວນ​ໂຄງການ​ສ້າງ​ພະ​ເຈດີ​ຫາກໍ່ສຳເລັດ​ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອ​ເຮັດໃຫ້​ພະທາດ​ເຈດີ​ເປັນ​ທີ່​ເຄົາລົບບູຊາ​ຂອງ​ປະຊາຊົນ​ບັນດາເຜົ່າ ໂດຍ​ສະເພາະຊາວ​ແຂວງ​ຫົວພັນ, ດັ່ງນັ້ນ​, ການ​ນຳ​ແຂວງ​ຫົວພັນ ກໍ່​ຄືຄະນະ​ຮັບຜິດຊອບ​ ໄດ້​ເອກະ​ພາບກັນ​ລະດົມ​ການ​ໂມທະນາ​ບໍ​ລິຈາກ​ຄຳ ​ເພື່ອ​ໂອບ​ໃສ່​ຈອມ​ພະທາດ​ເຈດີ ສຳລັບ​ພິທີ​ປະດິດສະຖານ​ໂອບ​ຄຳ​ໃສ່​ຈອມ​ພະທາດເຈດີ​ ຈະ​ໄດ້​ຈັດ​ຂຶ້ນ​ພາຍ​ໃນ​ເດືອນພຶດສະພາ 2017 ພ້ອມ​ກັບ​ສະເຫຼີມ​ສະຫຼອງ​ວັນ​ສ້າງຕັ້ງ​ໜ່ວຍແກ້ວ​ຫຼັກ​ເມືອງ ຄົບຮອບ 10 ປີ ແລະ ຜົນສຳເລັດ​ການ​ກໍ່ສ້າງ​ໂຮງຮຽນ​ສົງ.

ດັ່ງນັ້ນ, ຈຶ່ງຂໍເຊີນຊວນ​ທຸກພາກສ່ວນການ​ນຳ​ພັກ-ລັດ, ພະນັກ​ງານ, ນັກທຸລະກິດ ແລະ ພໍ່ແມ່​ປະຊາຊົນ ນະຄອນຫຼວງ​ວຽງຈັນ ໂດຍ​ສະເພາະຊາວ​ແຂວງຫົວພັນ ​ທີ່​ດຳລົງ​ຊີວິດ​ຢູ່ນະຄອນຫຼວງວຽງຈັນ ຈົ່ງເສຍສະຫຼະເວລາເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວນຳກັນ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...