Homeຂ່າວຕ່າງປະເທດໝໍອິນເດຍຜ່າຕັດຫຼຸດນໍ້າໜັກ ໃຫ້ແມ່ຍິງທີ່ຕຸ້ຍທີ່ສຸດໃນໂລກໄດ້ສຳເລັດ

ໝໍອິນເດຍຜ່າຕັດຫຼຸດນໍ້າໜັກ ໃຫ້ແມ່ຍິງທີ່ຕຸ້ຍທີ່ສຸດໃນໂລກໄດ້ສຳເລັດ

Published on

ສຳນັກຂ່າວເອເອຟຟີລາຍງານເມື່ອວັນທີ 9 ມີນາ 2017 ຜ່ານມາວ່າ ຄະນະແພດອິນເດຍໄດ້ຖະແຫຼງຜົນການຜ່າຕັດເພື່ອຫຼຸດນໍ້າໜັກໃຫ້ ເອມັນ ອາເໝັດ ອັບດຸລ ເອລ ອາຕີ ແມ່ຍິງຄົນອີຢິບ ອາຍຸ 37 ປີ ທີ່ເຊື່ອວ່າມີນໍ້າໜັກຫຼາຍທີ່ສຸດໃນໂລກໄດ້ສຳເລັດ ເຊິ່ງຊ່ວຍຫຼຸດນໍ້າໜັກຕົວຂອງ ເອມັນ ລົງໄດ້ 100 ກວ່າກິໂລກຣາມ, ເຊິ່ງກ່ອນຜ່າຕັດ ເອມັນ ມີນໍ້າໜັກຕົວຫຼາຍເຖິງ 500 ກິໂລກຣາມ ເຮັດໃຫ້ລາວບໍ່ສາມາດເຄື່ອນໄຫວອອກໄປນອກເຮືອນໄດ້ ເປັນເວລາດົນເຖິງ 20 ກວ່າປີ ຈົນລາວໄດ້ເດີນທາງໄປປິ່ນປົວຕົວເອງຢູ່ນະຄອນຫຼວງມຸມໄບ ໃນເດືອນຜ່ານມາ

ທ່ານ ດຣ ມຸຟຟາຊັລ ລັກດາວາລາ ໂຄສົກ ແລະຫົວໜ້າທີມແພດທີ່ດູແລ ເອມັນ ເວົ້າວ່າ ນໍ້າໜັກຕົວຂອງເອມັນ ຫຼຸດລົງໄປ ເຫຼືອຕໍ່າກວ່າ 400 ກິໂລກຣາມແລ້ວ ນັບຈາກວັນທີ່ລາວເດີນທາງມານະຄອນຫຼວງມຸມໄບ “ເອມັນຫຼຸດນໍ້າໜັກລົງໄດ້ 100 ກວ່າກິໂລກຣາມ ແລະຍັງຄົງຫຼຸດລົງໄປເລື້ອຍໆຈາກການປິ່ນປົວ”

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...