spot_img
Homeຂ່າວທ້ອງຖິ່ນທ່າແຂກ ສຳເລັດການປັກດຳເຂົ້ານາແຊງ ໄດ້ສຳເລັດ 100%

ທ່າແຂກ ສຳເລັດການປັກດຳເຂົ້ານາແຊງ ໄດ້ສຳເລັດ 100%

Published on

ຕາມການລາຍງານຂອງ ທ່ານ ສຸວັນນະຈັກ ແກ້ວຈັນທະລາ ຫົວໜ້າຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນ 2017 ນີ້ທາງຫ້ອງການກະສິກຳ ແລະປ່າໄມ້ທ່າແຂກ ກໍໄດ້ເອົາໃຈໃສ່ ຊຸກຍູ້ການຜະລິດເຂົ້ານາແຊງ ຢ່າງເປັນຂະບວນ ເຮັດໃຫ້ການຕົກກ້າໄດ້ແຕ່ຫົວປີ, ເຊິ່ງເລີ່ມມາແຕ່ ວັນທີ 20 ພະຈິກ 2016 ຈົນມາຮອດປັດຈຸບັນ ການປັກດຳເຂົ້ານາແຊງ ທົ່ວເມືອງທ່າແຂກໄດ້ສຳເລັດ 100% ລວມເນື້ອທີ່ 600 ກວ່າ ເຮັກຕາ.

ທ່ານ ສຸວັນນະຈັກ ແກ້ວຈັນທະລາ ໄດ້ເວົ້າວ່າ: ການຜະລິດເຂົ້ານາແຊງປີນີ້ ແມ່ນບໍ່ສາມາດເຮັດໄດ້ຕາມແຜນທີ່ວາງໄວ້ 916 ເຮັກຕາ ຊຶ່ງປະຕິບັດໄດ້ພຽງແຕ່ 611 ເຮັກຕາ ເທົ່າກັບ 67% ຄາດຄະເນສະມັດຖະພາບ 6,10 ໂຕນ ຕໍ່ເຮັກຕາ, ຄາດຄະເນຜົນຜະ ລິດ 5.588 ໂຕນ ທຽບໃສ່ປີ ຜ່ານມາ ຖືວ່າເນື້ອທີ່ຫຼຸຸດລົງ ສ່ວນວ່າສາເຫດແມ່ນຍ້ອນ ການສ້ອມແປງລະບົບຊົນລະປະທານບໍ່ທ່ວງທັນກັບລະດູການ, ລະບົບຈັກສູບນ້ຳເກົ່າຫຼາຍ ເພາະຖືກໃຊ້ງານມາໄດ້ຫຼາຍປີ ເຮັດໃຫ້ປະສິດທິພາບໃນການໃຊ້ງານຫຼຸຸດລົງ.

ນອກຈາກນັ້ນ ທາງຫ້ອງການກະສິກຳເມືອງທ່າແຂກ ກໍໄດ້ເອົາໃຈໃສ່ຊຸກຍູ້ການປູກ ພືດລະດູແລ້ງ ຊຶ່ງມີເນື້ອທີ່ແຜນ ການ 2.100 ເຮັກຕາ, ມາຮອດ ປັດຈຸບັນນີ້ ແມ່ນປະຕິບັດໄດ້ 73% ຂອງແຜນການ ຊຶ່ງຖືວ່າ ການປູກພືດຢູ່ເມືອງທ່າແຂກ ເຫັນວ່າເປັນຂະບວນການຟົດຟື້ນດີພໍສົມຄວນ ເດັ່ນກວ່າໝູ່ ການປູກດອກໄມ້ດາວເຮືອງທີ່ ຕິດພັນກັບບຸນນະມັດສະການ ພະທາດສີໂຄດຕະບອງ ໃນແຕ່ລະປີ ຖືວ່າເປັນຂະບວນ ການຜະລິດແບບຄອບຄົວ ເປັນຕົ້ນປະຊາຊົນເຂດບ້ານ ມ່ວງສຸມ ຈຸດທີ່ຕັ້ງຂອງພະທາດ ສີໂຄດຕະບອງ. ນອກຈາກນັ້ນ, ການລ້ຽງສັດຂອງປະຊາຊົນພາຍໃນເມືອງມີຈຳນວນ ເພີ່ມຂຶ້ນເຊັ່ນດຽວກັນ ໂດຍສະເພາະແມ່ນການລ້ຽງງົວ

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...