Homeຂ່າວທ້ອງຖິ່ນປີ 2016 ຄົນເຂົ້າ-ອອກດ່ານສາກົນຂົວມິດຕະພາບຫລຸດລົງ

ປີ 2016 ຄົນເຂົ້າ-ອອກດ່ານສາກົນຂົວມິດຕະພາບຫລຸດລົງ

Published on

ສຳນັກຂ່າວສານປະເທດລາວ ລາຍງນເມື່ອວັນທີ 10 ມີນາ 2017ນີ້ວ່າ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ເປັນດ່ານທຳອິດຂອງປະເທດ ທີ່ໄດ້ເປີດບໍລິການມາໄດ້ຫຼາຍກວ່າ 20 ປີ ແລະ ເປັນດ່ານທີ່ຈັດຢູ່ແຖວໜ້າທີ່ມີຄົນ ແລະ ລົດເຂົ້າ-ອອກເມືອງເປັນຈຳນວນຫຼາຍສົມຄວນໃນແຕ່ລະວັນ ເຊິ່ງແຕ່ລະປີສາມາດສ້າງລາຍຮັບຈາກການເກັບຄ່າບໍລິການຕ່າງໆ ແລະ ຄ່າພາສີເຂົ້າງົບປະມານລັດຫຼາຍຮ້ອຍຕື້ກີບ ອັນເປັນການປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ.

ທ່ານ ທອງທິບ ສີວິໄຊ ຮັກສາການຫົວໜ້າກອງຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 2 ມີນາ 2017 ວ່າ: ດ່ານເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ ແລະ ການບໍລິການເຂົ້າ-ອອກຂອງຄົນ ກໍ່ຄືຜູ້ໂດຍສານ ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ເລີ່ມແຕ່ປີ 2012 ເປັນຕົ້ນມາແມ່ນນັບມື້ຫຼາຍຂຶ້ນ ສະເລ່ຍທັງເຂົ້າ-ອອກປະມານ 15 ພັນຄົນຕໍ່ວັນ ລົດທົ່ວໄປເຂົ້າ-ອອກປະມານ 3 ພັນຄັນຕໍ່ວັນ ແລະ ລົດບັນທຸກສິນຄ້າ ປະມານ 60-70 ຄັນຕໍ່ວັນ ສ່ວນວັນຈັນ ແລະ ວັນສຸກ ລົດບັນທຸກສິນຄ້າສະເລ່ຍ ປະມານ 300-400 ຄັນຕໍ່ວັນ ສະເພາະປີ 2015 ສະເລ່ຍມີຄົນເຂົ້າ-ອອກ ປະມານ 16 ພັນຄົນ ແຕ່ປີ 2016 ເຫັນວ່າຫຼຸດລົງປະມານ 10% ເນື່ອງຈາກປະຊາຊົນຈຳນວນໜຶ່ງ ມີຄວາມຕື່ນເຕັ້ນກ່ຽວກັບການເກັບອາກອນມູນຄ່າເພີ່ມ 10% ຢູ່ດ່ານ ແຕ່ວ່າຮອດຕົ້ນປີ 2017 ຄົນເຂົ້າ-ອອກເພີ່ມຂຶ້ນຄືເກົ່າ ຍ້ອນເຂົາເຈົ້າເຂົ້າໃຈການເຂົ້າ-ອອກ ແຕ່ວ່າການຊື້ສິນຄ້າເຂົ້າມາແມ່ນຫຼຸດລົງ.

ສຳລັບການເກັບລາຍຮັບເຂົ້າງົບປະມານ ປີ 2016 ຢູ່ດ່ານເບື້ອງພາສີມອບໃຫ້ 1.000 ຕື້ກີບ ແຕ່ຈັດຕັ້ງປະຕິບັດຕົວຈິງໄດ້ 700 ກວ່າຕື້ກີບ ຖ້າທຽບໃສ່ແຜນການສູ້ຊົນຫຼຸດຄາດໝາຍ ເນື່ອງຈາກມອບໃຫ້ຈັດເກັບຫຼາຍໂພດ ທຽບໃສ່ທ່າແຮງບົ່ມຊ້ອນ ສະເພາະປີ 2017 ໄດ້ມອບໃຫ້ດ່ານເກັບ 1.200 ຕື້ກີບ ການເພີ່ມຂຶ້ນ ຍ້ອນມີທ່າແຮງຈາກການເກັບພາສີຈາກການກວດຄຸນະພາບນ້ຳມັນຢູ່ດ່ານ ສ່ວນການເກັບຄ່າບໍລິການຜ່ານຂົວ ປີ 2016 ທີ່ມອບໃຫ້ບໍລິສັດ ທີເຄກຣຸບ ເປັນຜູ້ສຳປະທານຈັດເກັບມອບໃຫ້ລັດ 7,3 ຕື້ກີບ ແຕ່ປີ 2017 ໄດ້ເພີ່ມຂຶ້ນຕື່ມເປັນ 8 ຕື້ກີບ.
ນອກຈາກນີ້ ຜ່ານມາດ່ານຍັງໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງພາຍໃນດ່ານ ເປັນຕົ້ນ ໂຄງການຂະຫຍາຍ ແລະ ສ້າງທາງການສັນຈອນຈາກເມື່ອກ່ອນມີຊ່ອງທາງ 3-4 ເລນ ແຕ່ປັດຈຸບັນໄດ້ຂະຫຍາຍເປັນ 6 ເລນ ທະນາ ຄານເອັສທີກຣຸບ ໄດ້ປະກອບສ່ວນຊ່ວຍເຫຼືອສ້າງທາງເບຕົງເສີມເຫຼັກ ແຕ່ຖະໜົນທ່າເດື່ອເຂົ້າມາຫາດ່ານມີຄວາມຍາວ 460 ແມັດ ມູນຄ່າ 1 ລ້ານໂດລາ ຫຼື ປະມານ 8 ຕື້ກີບ ປັດຈຸບັນ ສ້າງສຳເລັດລໍຖ້າເປີດນຳໃຊ້ໃນກາງປີນີ້ ເພື່ອນຳໃຊ້ເປັນເສັ້ນທາງຂາອອກຂອງລົດບັນທຸກໄປຕ່າງປະເທດ ປັບປຸງເດີ່ນຈອດລົດປູເບຕົງເນື້ອທີ່ປະມານ 3 ເຮັກຕາ ເພື່ອຮອງຮັບລົດບັນທຸກເຂົ້າມາໃນດ່ານ ເຊິ່ງສາມາດແກ້ໄຂໄດ້ບັນຫາລົດຕິດຢູ່ກາງຂົວນັບແຕ່ປີ 2016 ເປັນຕົ້ນມາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...