spot_img
Home​ຂ່າວທ່ອງທ່ຽວລາວຕິດອັນດັບທີ 15 ຂອງໂລກໃນການເປີດກວ້າງຕ້ອນຮັບເອົານັກທ່ອງທ່ຽວຕ່າງປະເທດທົ່ວໂລກ

ລາວຕິດອັນດັບທີ 15 ຂອງໂລກໃນການເປີດກວ້າງຕ້ອນຮັບເອົານັກທ່ອງທ່ຽວຕ່າງປະເທດທົ່ວໂລກ

Published on

ລາວຕິດອັນດັບທີ 15 ຂອງໂລກໃນການເປີດກວ້າງຕ້ອນຮັບເອົານັກທ່ອງທ່ຽວຕ່າງປະເທດທົ່ວໂລກ ສ່ວນກໍາປູເຈຍຄອງອັນດັບທີ 1 ໂລກ.

ອີງຕາມເວບໄຊ www.passportindex.org ໄດ້ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ດັດສະນີຊີ້ວັດຈາກບັນດາປະເທດຕ່າງໆທົ່ວໂລກທີ່ລັດຖະບານອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າຢ້ຽມຢາມປະເທດນັ້ນໆໂດຍບໍ່ຕ້ອງຂໍວີຊາ ຜົນປາກົດວ່າປະເທດ ກຳປູເຈຍ ໄດ້ຮັບການຈັດອັນດັບໃຫ້ເປັນປະເທດທີ່ເປີດກວ້າງຕໍ່ນັກທ່ອງທ່ຽວຫຼາຍທີ່ສຸດໃນໂລກ ໂດຍອະນຸ ຍາດໃຫ້ປະຊາຊົນຈາກ 198 ແລະ ອັນດັບທີ 2: ແມ່ນປະເທດກາບູເວີຣ໌ດີ, ທີ 3: ປາລົວ, ທີ 4: ມານດິບ, ທີ 5: ໄຮຕິ, ທີ 6: ກິກາລາກົວ, ທີ 7: ST. VINCENT AND THE GRENADINES, ທີ 8: ເນປານ, ທີ 9: ເອກົວດໍ, ທີ 10: ເຄນຍາ ສ່ວນ ສປປ ລາວຕິດອັນດັບທີ 15 ໂດຍຊາວຕ່າງປະເທດທີ່ເຂົ້າປະເທດໂດຍບໍ່ຕ້ອງຂໍວີຊາມີ 171 ປະເທດ ແລະ ຖືເປັນອັນດັບ 2 ຂອງອາຊຽນ.

ສ່ວນອັນດັບທີ 16 ອິນໂດເນເຊຍ ປະເທດໂດຍບໍ່ຕ້ອງຂໍວີຊາມີ 169 ປະເທດ

ອັນດັບທີ 17 ມາເລເຊຍ ປະເທດໂດຍບໍ່ຕ້ອງຂໍວີຊາມີ 165 ປະເທດ

ອັນດັບທີ 18 ຕວັກກີ ປະເທດໂດຍບໍ່ຕ້ອງຂໍວີຊາມີ 164 ປະເທດ

ອັນດັບທີ 19 ສິງກະໂປ ປະເທດໂດຍບໍ່ຕ້ອງຂໍວີຊາມີ 162 ປະເທດ

ອັນດັບທີ 20 ຟິລິບປິນ ປະເທດໂດຍບໍ່ຕ້ອງຂໍວີຊາມີ 159 ປະເທດ

ປະເທດ ໄທຕິດອັນດັບທີ 63 ປະເທດໂດຍບໍ່ຕ້ອງຂໍວີຊາມີ 74 ປະເທດ,

ປະເທດ ຫວຽດນາມ ຕິດອັນດັບທີ 84 ປະເທດໂດຍບໍ່ຕ້ອງຂໍວີຊາມີ 23 ປະເທດ ແລະ ອື່ນໆ.

ເຊິ່ງບໍ່ແມ່ນເລື່ອງແປກໃຈ ເພາະລາຍໄດ້ເກືອບທັງໝົດຂອງກຳປູເຈຍມາຈາກການທ່ອງທ່ຽວ ແລະ ການລົງທຶນຈາກຕ່າງປະເທດ.

ແຫລ່ງຂໍ້ມູນຈາກ: https://www.passportindex.org/byWelcomingRank.php

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...