Homeສຸຂະພາບ ແລະ ສີ່ງແວດລ້ອມສະໝຸນໄພ ຊ່ວຍແກ້ອາການເຈັບແຂ້ວ

ສະໝຸນໄພ ຊ່ວຍແກ້ອາການເຈັບແຂ້ວ

Published on

ອາການເຈັບແຂ້ວ ສາມາດເກີດຂຶ້ນຈາກຫຼາຍສາເຫດ ແລະເຖິງແມ່ນວ່າບໍ່ໄດ້ສົ່ງຜົນຕໍ່ສຸຂະພາບຮ່າງກາຍເຖິງຂັ້ນຊີວິດ ແຕ່ການເຈັບແຂ້ວກໍເປັນສິ່ງທີ່ສ້າງຄວາມເຈັບປວດທໍລະມານໃຫ້ກັບເຮົາໄດ້ພໍສົມຄວນ, ລອງມາຫຼຸດອາການເຈັບແຂ້ວດ້ວຍສະໝຸນໄພ ເພາະມັນຈະບໍ່ທຳລາຍສຸຂະພາບ ແຖມຍັງຊ່ວຍຫຼຸດອາການເຈັບແຂ້ວໄດ້ຫຼາຍອີກດ້ວຍ

  1. ຫວ້ານຫາງແຂ້: ມີສັບພະຄຸນໃນການທຳລາຍເຊື້ອພະຍາດ ແລະສະຫຼາຍພິດຂອງເຊືອພະຍາດ ດ້ວຍການປາດຫວ້ານຫາງແຂ້ເປັນຕ່ອນຍາວປະມານ 2-3 ຊັງຕີແມັດ ແລ້ວລ້າງຢາງອອກໃຫ້ໝົດ ເອົາໄປສຽບໃສ່ຮູແຂ້ວທີ່ເປັນແມງ, ໃຊ້ແຂ້ວກັດໃຫ້ຢູ່ບໍລິເວນທີ່ປວດ ຫຼືອາດໃຊ້ໄມ້ພັນສຳລີຈຸ່ມນໍ້າຫວ້ານຫາງແຂ້ ທາລົງບໍລິເວນທີ່ເຈັບ ຈະຊ່ວຍຫຼຸດອາການເຈັບປວດລົງໄດ້
  2. ນໍ້າມັນກະທຽມ: ໃຊ້ສຳລີຈຸບນໍ້າມັນກະທຽມທາບໍລິເວນທີ່ເຈັບແຂ້ວ ຈະຊ່ວຍບັນເທົາອາການເຈັບແຂ້ວໄດ້
  3. ດອກດາວເຮືອງ: ໃຊ້ດອກແຫ້ງປະມານ 7-8 ດອກ ຕົ້ມກັບນໍ້າສະອາດໃນປະລິມານທີ່ພໍດີ ດື່ມເປັນສະໝຸນໄພເພື່ອແກ້ອາການເຈັບແຂ້ວ
  4. ຜັກບົ້ງແດງ: ເອົາຮາກສົດຂອງຜັກບົ້ງມາປະມານ 10 ກຣາມ ແລ້ວນຳໃຫ້ລະອຽດແລ້ວຄັ້ນເອົານໍ້າ ປະສົມກັບນໍ້າສົ້ມສາຍຊູ ມາອົມໄວ້ປະມານ 5 ນາທີ ແລ້ວບ້ວນອອກດ້ວຍນໍ້າສະອາດ
  5. ໝາກຮະ: ເອົາຮາກສົດຂອງເຄືອໝາກຮະມາຕຳໃຫ້ແຫຼກ ແລ້ວພອກແຂ້ວບ່ອນທີ່ເຈັບ ໂດຍໃຊ້ລີ້ນກົດທັບໄວ້ດົນເຕີບ ອາການປວດຈະຫຼຸດລົງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...