Homeສຸຂະພາບ ແລະ ສີ່ງແວດລ້ອມ5 ພະຍາດທີ່ສ່ຽງຕິດຕໍ່ກັນທາງນໍ້າລາຍ

5 ພະຍາດທີ່ສ່ຽງຕິດຕໍ່ກັນທາງນໍ້າລາຍ

Published on

ຫຼາຍຄົນອາດຄິດບໍ່ເຖິງວ່າ ການໃຊ້ເຄື່ອງໃຊ້ຮ່ວມກັນເຊັ່ນ:  ຫຼອດທໍ່ດູດຮ່ວມກັນ, ໃຊ້ບ່ວງ ຫຼືດື່ມນໍ້າຈອກດຽວກັນກັບໝູ່ເພື່ອນ ຈະນຳພະຍາດຕິດຕໍ່ທາງນໍ້າລາຍມາໄດ້ຫຼາຍພະຍາດ ແລະບາງພະຍາດກໍເປັນອັນຕະລາຍເຖິງຊີິວິດ, ເຊິ່ງເລື່ອງນີ້ຄວນລະວັງກັນໃຫ້ດີ ຢ່າໃຊ້ທໍ່ດູດຮ່ວມກັນກັບໃຜ ເພາະເຮົາບໍ່ຮູ້ວ່າ ເຂົາ ຫຼືເຮົາອາດມີເຊື້ອພະຍາດບາງຢ່າງຢູ່ໃນຕົວ ປ້ອງກັນໄວ້ຈະດີກວ່າ

  1. ໄຂ້ຫວັດ: ເປັນພະຍາດທີ່ຕິດຕໍ່ໄດ້ງ່າຍ ພຽງແຕ່ຢູ່ໃກ້ກັບຄົນເປັນຫວັດ ຫຼືດື່ມນໍ້າແກ້ວດຽວກັນ, ໃຊ້ທໍ່ດູດຮ່ວມກັນ ເຮົາກໍມີສິດຮັບເຊື້ອໄຂ້ຫວັດເຂົ້າສູ່ຮ່າງກາຍໄດ້
  2. ຄໍອັກເສບ: ເປັນພະຍາດໜຶ່ງທີ່ພົບໄດ້ຕະຫຼອດ ຫາກເຮົາໃຊ້ທໍ່ດູດ ຫຼືດື່ມນໍ້າຈອກດຽວກັນກັບຄົນທີ່ມີເຊື້ອແບັກທີເລຍກຣຸບເອ ສະເຕຣບໂຕຄອກຄັສ ໃນນໍ້າລາຍ ຫຼືອາດເປື້ອນຈາກນໍ້າມູກ ຫຼືຂີ້ກະເທິ ເຊິ່ງຖ້າເຮົາໄດ້ຮັບເຊື້ອເຂົ້າສູ່ຮ່າງກາຍ ຈະເປັນໄຂ້ຂຶ້ນສູງ, ເຈັບຫົວ, ໜາວ, ເບື່ອອາຫານ ແລະເຈັບຄໍຫຼາຍຂຶ້ນ
  3. ໄວຣັສຕັບອັກເສບ: ເຊິ່ງມີຫຼາຍສາຍພັນ ມີທັງໄວຣັສຕັບອັກເສບເອ, ບີ, ຊີ ໄປຈົນຮອດ ໄວຣັສຕັບອັກເສບ ຈີ ແຕ່ໄວຣັສຕັບທີ່ຕິດຕໍ່ກັນໄດ້ທາງອາຫານ ແລະເຄື່ອງດື່ມແມ່ນໄວຣັສຕັບອັກເສບເອ, ອີ ເຊິ່ງຖ້າເປັນພະຍາດນີ້ຈະມີອາການເປັນໄຂ້, ຕົວຮ້ອນ, ເບື່ອອາຫານ, ເຈັບຫົວ, ປວດຮາກ, ເຈັບທ້ອງ, ນໍ້າປັດສະວະເລີ່ມມີສີເຫຼືືອງເຂັ້ມ, ແລະຕົນຕົວເຫຼືອງ
  4. ຄໍຕີບ: ຈະມີອາການໄຂ້ເລັກໜ້ອຍ, ເຈັບຄໍ, ເບື່ອອາຫານ ເຊິ່ງຖ້າມີອາການນີ້ອາດເປັນພະຍາດຄໍຕີບ ເຊິ່ງມີອາການໄອສຽງດັງ, ກືນລຳບາກ, ເຊິ່ງພະຍາດນີ້ສາມາດແຜ່ສູ່ຄົນອື່ນດ້ວຍການໄອ, ຈາມ, ການໃຊ້ເຄື່ອງໃຊ້ຮ່ວມກັນ ຫຼືສຳຜັດກັບຂີ້ກະເທິຂອງຄົນທີ່ເປັນພະຍາດນີ້
  5. ເຍື່ອຫຸ້ມສະໝອງອັກເສບ: ພະຍາດນີ້ຫາກຮຸນແຮງຈະເຖິງຂັ້ນຫູໜວກ, ຕາບອດ, ເປັນອຳມະພາດ ຈົນເຖິງຂັ້ນເສຍຊີວິດລົງໄດ້ ເຊິ່ງຖ້າຫາກເຮົາໄປສຳຜັດ ແລະໃຊ້ເຄື່ອງໃຊ້ຮ່ວມກັນກັບຄົນເປັນພະຍາດເຊັ່ນ: ທໍ່ດູດ, ຈອກນໍ້າ, ບ່ວງ, ເຊິ່ງພະຍາດນີ້ເກີດຈາກການຕິດເຊື້ອແບັກທີເລຍ, ໄວຮັສ ແລະເຊື້ອລາ ເມື່ອຕິດເຊື້ອຈະມີໄຂ້ຂຶ້ນສູງ, ເຈັບຫົວ, ເຈັບຄໍ, ປວດຮາກ, ເຊິ່ງຖ້າປິ່ນປົວບໍ່ທັນຈະມີອາການຮຸນແຮງດັ່ງທີ່ບອກໄວ້ຂ້າງເທິງນັ້ນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...