Homeນານາສາລະ"ນໍ້າອຸ່ນ" ມີປະໂຫຍດເພື່ອສຸຂະພາບຫຼາຍຢ່າງ

“ນໍ້າອຸ່ນ” ມີປະໂຫຍດເພື່ອສຸຂະພາບຫຼາຍຢ່າງ

Published on

ການດື່ມນໍ້າອຸ່ນມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ ເຊິ່ງນໍ້າອຸ່ນຂອງນໍ້າຈະເປັນຕົວກະຕຸ້ນໃຫ້ເກີດການໄຫຼວຽນຂອງເລືອດໄປຫຼໍ່ລ້ຽງເຊວຕ່າງໆຕາມຮ່າງກາຍ ສົ່ງຜົນໃຫ້ລະບົບການເຮັດວຽກຂອງອະໄວຍະວະຕ່າງໆພາຍໃນຮ່າງກາຍເປັນປົກກະຕິ ເຮັດໃຫ້ເຮົາແຂງແຮງ

  1. ຊ່ວຍດີທ໊ອກຮ່າງກາຍ: ນໍ້າອຸ່ນຊ່ວຍດີທ໊ອກສິ່ງເສດເຫຼືອອອກຈາກຮ່າງກາຍ ທີ່ໄຫຼວຽນຕາມອະໄວຍະວະສຳຄັນຕ່າງໆເຊັ່ນ: ປອດ, ຕັບ, ໝາກໄຂ່ຫຼັງ ແລະລຳໄສ້ ເຊິ່ງນໍ້າອຸ່ນຈະຊ່ວຍຂັບສິ່ງເສດເຫຼືອນັ້ນອອກມາໃນຮູບແບບຕ່າງໆເຊັ່ນ: ທາງນໍ້າປັດສະວະ, ທາງອຸດຈະລະ, ຂີ້ມູນ, ນໍ້າຕາ ແລະເຫື່ອ ເຮັດໃຫ້ຮ່າງກາຍເຮົາສະອາດ
  2. ຊ່ວຍກະຕຸ້ນການຂັບຖ່າຍ: ໃຜທີ່ເປັນຄົນມັກທ້ອງຜູກ, ຂັບຖ່າຍຍາກ ໃນເວລາຕື່ນຕອນເຊົ້າຢ່າຟ້າວຖູແຂ້ວໃຫ້ດື່ມນໍ້າອຸ່ນ 1 ຈອກ ແລ້ວນວດຄ່ອຍໆຕາມບໍລິເວນທ້ອງ ຈະເຮັດໃຫ້ຮູ້ສຶກປວດເຂົ້າຫ້ອງນໍ້າທັນທີ ເພາະການດື່ມນໍ້າອຸ່ນໃນເວລາທ້ອງວ່າງຈະຊ່ວຍຫຼຸດແກັສໃນກະເພາະ ແລະກະຕຸ້ນການຂັບຖ່າຍ
  3. ຊ່ວຍເພີ່ມພູມຕ້ານທານພະຍາດ: ການດື່ມນໍ້າອຸ່ນຊ່ວຍໃຫ້ຮ່າງກາຍບໍ່ສະສົມເຊື້ອໄວຣັສ ແລະແບັກທີເລຍ ທີ່ເຮັດໃຫ້ເຮົາບໍ່ສະບາຍຕ່າງໆໄດ້
  4. ຊ່ວຍໃຫ້ຄວບຄຸມນໍ້າໜັກງ່າຍຂຶ້ນ: ການດື່ມນໍ້າອຸ່ນໃນຕອນເຊົ້າວັນລະ 2 ຈອກ ຈະຊ່ວຍເພີ່ມປະສິດທິພາບໃນການເຜົາຜານພະລັງງານຫຼາຍຂຶ້ນ ເຮັດໃຫ້ຮ່າງກາຍເຜົາຜານແຄລໍລີ່ໃນອາຫານໄດ້ຫຼາຍຂຶ້ນ ເພາະນໍ້າອຸ່ນຊ່ວຍຫຼຸດການສະສົມຂອງເຊວໄຂມັນສີຂາວໃນຮ່າງກາຍ
  5. ຊ່ວຍຫຼຸດອາຫານປວດປະຈຳເດືອນ: ໃຜທີ່ມັກປວດປະຈຳເດືອນຄວນດື່ມນໍ້າອຸ່ນແທນນໍ້າເຢັນ ເພາະນໍ້າອຸ່ນເປັນຄືກັບຢາແກ້ປວດທຳມະຊາດ ຊ່ວຍຫຼຸດການບີບຮັດຂອງກ້າມທ້ອງ ແລະກະຕຸ້ນໃຫ້ເລືອດໄຫຼວຽນດີ
  6. ຊ່ວຍກະຕຸ້ນລະບົບໄຫຼວຽນເລືອດ: ການດື່ມນໍ້າອຸ່ນ 2 ຈອກ/ວັນ ສາມາດເພີ່ມຄວາມຊຸ່ມໃຫ້ຜິວ ເພາະນໍ້າອຸ່ນຊ່ວຍເພີ່ມການໄຫຼວຽນຂອງເລືອດໃນເຊວຜິວໜັງທົ່ວຮ່າງກາຍ
  7. ຊ່ວຍໃຫ້ເຮົາອ່ອນກ່ອນໄວອາຍຸ: ການດື່ມນໍ້າອຸ່ນ 1 ຈອກຕອນເຊົ້າຈະຊ່ວຍຫຼຸດບັນຫາຜິວໜ້າຂອງເຮົາເຊັ່ນ: ສິວ, ຈຸດດ່າງດຳ ແລະກະຕຸ້ນການສ້າງອິລາສຕິນກ້ອງຜິວໜັງຂອງເຮົາໄດ້
  8. ຊ່ວຍໃຫ້ສະໝອງເຮັດວຽກຢ່າງມີປະສິດທິພາບ: ການດື່ມນໍ້າອຸ່ນເປັນການເພີ່ມປະສິດທິພາບໃນການອ່ານ, ການຄິດຂອງສະໝອງ ເພາະນໍ້າອຸ່ນຊ່ວຍການໄຫຼວຽນຂອງເລືອດ
  9. ຊ່ວຍຫຼຸດການຕິດເຊື້ອບໍລິເວນທາງເດີນຫາຍໃຈ: ອາການເຈັບຄໍເກີດຈາກການທີ່ຮ່າງກາຍຕິດເຊື້ອໄວຣັສ ຫຼືເຊື້ອແບັກທີເລຍໃນບໍລິເວນທາງເດີນຫາຍໃຈ ຈົນບາງຄັ້ງມີອາການໄອ, ແຕ່ເຮົາສາມາດຫຼຸດການສະສົມຂອງເຊື້ອພະຍາດເຫຼົ່ານີ້ໄດ້ດ້ວຍວິທີງ່າຍໆຄື ໃນມື້ນັ້ນຕ້ອງກິນນໍ້າອຸ່ນໝົດມື້ ຫຼືກົ້ວຄໍດ້ວຍນໍ້າອຸ່ນໃນຕອນເຊົ້າ ແລະກ່ອນນອນ
  10. ຊ່ວຍໃຫ້ການອອກກຳລັງກາຍເຫັນຜົນດີຂຶ້ນ: ການອອກກຳລັງກາຍໃນແຕ່ລະວັນຈະມີປະສິດທິພາບຫຼາຍຂຶ້ນ ຫາກເຮົາອອກກຳລັງກາຍແລ້ວກໍກິນນໍ້າອຸ່ນ 1 ຈອກ ເພາະນໍ້າອຸ່ນຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ເພື່ອຫຼຸດອາການເຈັບປວດຂອງຂໍ້ຕໍ່ ແລະກ້າມເນື້ອໃນຮ່າງກາຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...