Homeຂ່າວເຫດການຄະນະຜູ້ແທນລາວ ຢ້ຽມຊົມງານວາງສະແດງໂທລະຄົມໂລກປີ 2017

ຄະນະຜູ້ແທນລາວ ຢ້ຽມຊົມງານວາງສະແດງໂທລະຄົມໂລກປີ 2017

Published on

ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ໂທລະຄົມໂລກ (MWC 2017) ໃນວັນທີ 2 ມີນາ 2017 ຜ່ານມານີ້ ຢູ່ເມືອງ ບາເຊໂລນາ ປະເທດແອັດສະປາຍ, ທ່ານ ທັນສະໄໝ ກົມມະ ສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ ຜູ້ແທນລາວໄດ້ຢ້ຽມຊົມຫ້ອງ ວາງສະແດງຂອງ ບໍລິສັດ ຫົວເຫວີຍ (Huawei) ຊຶ່ງທ່ານໄດ້ ຕີລາຄາສູງການປະກອບສ່ວນ ຂອງບໍລິສັດ ຫົວເຫວີຍ ເຂົ້າໃນການພັດທະນາ ICT ແລະການຮ່ວມມືລະຫວ່າງບໍລິສັດຫົວເຫວີຍ ກັບ ບໍລິສັດ ໂທລະຄົມຢູ່ລາວ.
ໃນກອງປະຊຸມໂທລະຄົມ ໂລກຄັ້ງນີ້ ພາຍໃຕ້ຫົວຂໍ້: “ເພື່ອໃຫ້ໂລກມີການເຊື່ອມຕໍ່ທີ່ດີກວ່າ” ໃນໄລຍະເວລາຈັດງານ ມີຜູ້ຄວບຄຸມດ້ານໂທລະຄົມ ແລະ ຄູ່ຮ່ວມເຂົ້າຮ່ວມຫຼາຍກວ່າ 100 ພາກສ່ວນ ທີ່ມາຈາກທົ່ວໂລກ ໄດ້ນຳສະເໜີນວັດຕະກຳ ແລະ ແນວຄວາມຄິດໃໝ່ໆ ທີ່ໄດ້ພັດທະນາຮ່ວມກັນກັບຫົວເຫວີຍ. ພ້ອມກັນນັ້ນ ບໍລິສັດຫົວເຫວີຍ ກໍໄດ້ ເຂົ້າຮ່ວມໃນການສົນທະນາ ກັບຄູ່ຮ່ວມດ້ານອຸດສາຫະກຳ ກ່ຽວກັບອະນາຄົດຂອງຂະແໜງອຸດສາຫະກຳໂທລະຄົມ ແລະ ການປະຕິບັດງານທີ່ດີສຸດ ເພື່ອຊ່ວຍໃຫ້ຜູ້ຄວບຄຸມ ດ້ານໂທລະຄົມບັນລຸຜົນການ ຂະຫຍາຍຕົວໃໝ່ໃນການຂັບ ເຄື່ອນຄຸນຄ່າ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...