Homeນານາສາລະວິທີປ້ອງກັນພະຍາດລິດສີດວງທະວານ

ວິທີປ້ອງກັນພະຍາດລິດສີດວງທະວານ

Published on

ພະຍາດລິດສີດວງເປັນພະຍາດທີ່ເກີດຂຶ້ນກັບຄົນເຮົາໄດ້ງ່າຍ ເຊິ່ງສາເຫດເກີດມາຈາກຫຼາຍປັດໄຈ ແລະເມື່ອເກີດຂຶ້ນກັບໃຜກໍຕ້ອງເພີ່ມຄວາມລຳບາກໃນການໃຊ້ຊີວິດປະຈຳວັນຫຼາຍພໍສົມຄວນ, ດັ່ງນັ້ນຫາກໃຜທີ່ບໍ່ຢາກເປັນພະຍາດນີ້ ກໍຕ້ອງປ້ອງກັນໄວ້ກ່ອນ ດ້ວຍວິທີດັ່ງຕໍ່ໄປນີ້

  1. ກິນອາຫານທີ່ມີເສັ້ນໃຍສູງເຊັ່ນ: ຜັກ, ໝາກໄມ້ຕ່າງໆ, ຖົ່ວ, ທັນຍາພືດ ເພື່ອໃຫ້ການຂັບຖ່າຍສະດວກ ແລະບໍ່ສ່ຽງອາການທ້ອງຜູກ
  2. ດື່ມນໍ້າສະອາດຢ່າງໜ້ອຍມື້ລະ 8-10 ແກ້ວ ເພາະນໍ້າມີສ່ວນຊ່ວຍໃຫ້ກາກອາຫານມີຄວາມອ່ອນໂຕລົງ, ຊ່ວຍໃຫ້ອາຫານຜ່ານລຳໄສ້ໄດ້ສະດວກ
  3. ອອກກຳລັງກາຍແບບສະໝໍ່າສະເໝີ ເພາະບໍ່ພຽງຊ່ວຍໃຫ້ຂັບຖ່າຍສະດວກຂຶ້ນເທົ່ານັ້ນ, ການອອກກຳລັງກາຍຍັງຊ່ວຍກະຕຸ້ນການເຮັດວຽກຂອງລຳໄສ້ໃຫ້ມີການເຄື່ອນທີ່ ເຮັດໃຫ້ສຸຂະພາບແຂງແຮງ
  4. ຄວນຫຼີກລຽງເຄື່ອງດື່ມແອວກໍຮໍ ແລະຄາເຟອິນເຊັ່ນ: ເຫຼົ້າ, ເບຍ, ວາຍ, ກາເຟ ເພາະຈະເຮັດໃຫ້ຮ່າງກາຍຂາດນໍ້າ, ອຸດຈະລະຈະແຂງຕົວ ແລະຖ່າຍບໍ່ສະດວກ
  5. ບໍ່ຄວນກັ້ນອຸດຈະລະເປັນເວລາດົນ
  6. ຫຼີກລຽງການນັ່ງຖ່າຍໜັກເປັນເວວລາດົນເຊັ່ນ: ນັ່ງອ່ານໜັງສື ຫຼືຫຼິ້ນໂທລະສັບໄປພ້ອມ
  7. ຄວນຫຼີກລຽງການຖູບໍລິເວນຮູທະວານໜັກຢ່າງຮຸນແຮງ

ພະຍາດລິດສີດວງເກີດຂຶ້ນກັບທຸກຄົນໄດ້, ດັ່ງນັ້ນ ໃຜທີ່ຍັງບໍທັນເປັນພະຍາດນີ້ ຄວນດູແລສຸຂະພາບຕົວເອງໃຫ້ດີຕາມຄຳແນະນຳຂ້າງເທິງ ຫຼືໃຜທີ່ເປັນພະຍາດລິດສີດວງແລ້ວ ກໍຄວນດູແລຕົວເອງ ລວມທັງປິ່ນປົວລິດສີດວງທະວານໃຫ້ຖືກວິທີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...