Homeຂ່າວຕ່າງປະເທດໂຄງການລະດົມທຶນຈາກເອກະຊົນ ເພື່ອຄົ້ນຫາຍົນມາເລເຊຍ ທີ່ຫາຍສາບສູນໄປໃນ 3 ປີກ່ອນ

ໂຄງການລະດົມທຶນຈາກເອກະຊົນ ເພື່ອຄົ້ນຫາຍົນມາເລເຊຍ ທີ່ຫາຍສາບສູນໄປໃນ 3 ປີກ່ອນ

Published on

ເວັບໄຊຊີເອັນເອັນລາຍງານເມື່ອວັນທີ 5 ມີນາ 2017 ຜ່ານມາວ່າ ພີ່ນ້ອງຜູ້ເຄາະຮ້າຍຍົນສາຍການບິນມາເລເຊຍແອໄລນ໌ ຖ້ຽວບິນ MH370 ທີ່ຫາຍສາບສູນ ໄດ້ເປີດໂຄງການລະດົມທຶນຈາກເອກະຊົນ ເພື່ອຄົ້ນຫາຍົນທີ່ສູນຫາຍໄປໃນ 3 ປີກ່ອນ, ຫຼັງຈາກທາງການອອສເຕຣເລຍ, ຈີນ ແລະມາເລເຊຍ ປະກາດຢຸດການຄົ້ນຫາໃນເດືອນມັງກອນຜ່ານມາ

ຈຽງ ຮຸຍ ລູກຊາຍຂອງແມ່ຍິງຄົນໜຶ່ງ ທີ່ເປັນໜຶ່ງໃນຜູ້ໂດຍສານຖ້ຽວບິນ MH370 ເວົ້າວ່າ ກຸ່ມຍາດພີ່ນ້ອງຂອງຜູ້ໂດຍສານໃນຍົນດັ່ງກ່າວ ກຳລັງດຳເນີນໂຄງການ ເພື່ອຫາທຶນຈາກນານາຊາດ ທີ່ມາຈາກ ເງິນບໍລິຈາກຈາກທຸກຝ່າຍທີ່ກ່ຽວຂ້ອງກັບຖ້ຽວບິນດັ່ງກ່າວ ແລະເຊື່ອວ່າຫຼາຍໆບໍລິສັດຄວນຮ່ວມບໍລິຈາກເງິນທຶນ ລວມເຖິງລັດຖະບານຂອງ 14 ຊາດ ທີ່ມີຜູ້ໂດຍສານໃນຍົນ ແລະລວມເຖິງບໍລິສັດໂບອິ້ງ ແລະລັດຖະບານມາເລເຊຍ, ເຊິ່ງຖ້າໄດ້ເງິນມາ “ເງິນຈະຖືກເອົາໄປລົງທຶນ ແລະຜົນຕອບແທນລາຍປີ ແລະດອກເບ້ຍ ຈະຖືກເອົາໄປໃຊ້ເປັນງົບໃນການຄົ້ນຫາຖ້ຽວບິນ MH370 ແລະເມື່ອຄົ້ນຫາເຄື່ອງບິນພົບແລ້ວ ເງິນຕົ້ນຈະຖືກສົ່ງຄືນໃຫ້ກັບຜູ້ບໍລິຈາກໂດຍບໍ່ມີດອກເບ້ຍ”

ການຕັດສິນໃຈດັ່ງກ່າວມີຂຶ້ນຫຼັງເດືອນມັງກອນຜ່ານມາ ຫຼັງທີມຄົ້ນຫາ 3 ຊາດ ປະກາດຢຸດຕິການຄົ້ນຫາຖ້ຽວບິນເອັມເອຊ 370 ເຊິ່ງບອກວ່າ ເຖິງຈະໃຊ້ຄວາມພະຍາຍາມໃຊ້ເທັກໂນໂລຢີທາງວິທະຍາສາດທີ່ທັນສະໄໝທີ່ສຸດ, ລວມເຖິງໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານມືອາຊີບແລ້ວ ກໍຍັງບໍ່ສາມາດຫາຕຳແໜ່ງຂອງຍົນໄດ້

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...