Homeຂ່າວຕ່າງປະເທດ"ແອຣ໌ອິນເດຍ" ໃຫ້ບໍລິການບິນຮອບໂລກຖ້ຽວບິນທຳອິດ

“ແອຣ໌ອິນເດຍ” ໃຫ້ບໍລິການບິນຮອບໂລກຖ້ຽວບິນທຳອິດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ມີນາ 2017 ຜ່ານມາວ່າ ແອຣ໌ອິນເດຍ ສາຍການບິນແຫ່ງຊາດຂອງປະເທດອິນເດຍ ປະກາດອ້າງສ້າງບັນທຶກໃໝ່ໃຫ້ກັບວົງການອຸດສະຫະກຳການບິນພານິດ ຈາກການໃຫ້ບໍລິການຖ້ຽວບິນຮອບໂລກ ຖ້ຽວບິນທຳອິດຂອງໂລກ ເຊິ່ງທີມງານທີ່ໃຫ້ບໍລິການໃນຖ້ຽວບິນນີ້ເປັນຜູ້ຍິງທັງໝົດ

ຖ້ຽວບິນນີ້ ເປັນຖ້ຽວບິນພານິດ ທີ່ໃຊ້ເຄື່ອງບິນໂບອິ້ງ 777 ບິນຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ໄປຫານະຄອນຊານຟຣານຊິສໂກ ຂອງສະຫະລັດອາເມລິກາ ໃນວັນທີ 27 ກຸມພາ 2017 ຜ່ານມາແລະບິນກັບ ນະຄອນຫຼວງນິວເດລີ ໃນວັນທີ 3 ມີນາ 2017, ເຊິ່ງມີຜູ້ໂດຍສານ, ພະນັກງານ, ລວມເຖິງເຄົາເຕີເຊັກອິນ ພະນັກງານພາກພື້ນດິນອື່ນໆ ແລະເຈົ້າໜ້າທີ່ຫໍຄວບຄຸມການບິນ ເປັນຜູ້ຍິງທັງໝົດເຊັ່ນກັນ ເຊິ່ງຖືເປັນຄັ້ງທຳອິດ ທີ່ມີຖ້ຽວບິນບໍລິການຮອບໂລກດ້ວຍຜູ້ຍິງທັງໝົດແບບນີ້

ແອຣ໌ອິນເດຍ ຈະໃຫ້ບໍລິການຖ້ຽວບິນ ທີ່ໃຊ້ທີມງານເປັນຜູ້ຍິງລ້ວນທັງໝົດເພີ່ມຂຶ້ນອີກໃນອາທິດນີ້ ເພື່ອຮ່ວມສະຫຼອງໃນວັນແມ່ຍິງສາກົນ ວັນທີ 8 ມີນາ 2017 ນີ້

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...