Homeຂ່າວເຫດການລັດຕັ້ງເປົ້າປີ 2020 ຕ້ອງມີເນື້ອທີ່ປ່າໄມ້ທຳມະຊາດເປັນ 70% ເພື່ອຫຼຸດຜ່ອນອາຍພິດເຮືອນແກ້ວ

ລັດຕັ້ງເປົ້າປີ 2020 ຕ້ອງມີເນື້ອທີ່ປ່າໄມ້ທຳມະຊາດເປັນ 70% ເພື່ອຫຼຸດຜ່ອນອາຍພິດເຮືອນແກ້ວ

Published on

ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ແຕ່ນີ້ຮອດປີ 2020 ຂະແໜງການຕົນຈະສຸມໃສ່ການປົກປັກຮັກສາສະພາບແວດລ້ອມ ແລະ ຊັບພະຍາກອນທໍາມະຊາດຕາມທິດພັດທະນາທີ່ຍືນຍົງ, ໂດຍເນັ້ນໃສ່ວຽກງານຈັດສັນທີ່ດິນຢ່າງເປັນລະບົບ, ໂດຍສະເພາະຈັດແບ່ງ 8 ປະເພດທີ່ດິນຢູ່ບັນດາທ້ອງຖິ່ນ, ຕິດຕາມກວດກາຂໍ້ມູນການເຊົ່າ, ສໍາປະທານທີ່ດິນໃຫ້ຄົບຖ້ວນລວມສູນ ແລະ ເປັນເອກະພາບ, ຈັດຕັ້ງປະຕິບັດແຜນຟື້ນຟູປ່າໄມ້ທໍາມະຊາດຈາກຕົວເລກເນື້ອທີ່ປົກຫຸ້ມປະມານ 40% ໃຫ້ເພີ່ມເປັນ 70% ຂອງເນື້ອທີ່ທົ່ວປະເທດ ເພື່ອຫຼຸດຜ່ອນບັນຫາອາຍພິດເຮືອນແກ້ວ, ເຊິ່ງເປັນສາເຫດຕົ້ນຕໍເຮັດໃຫ້ເກີດສະພາ ວະໂລກຮ້ອນ

ຄຽງຄູ່ການປົກປັກຮັກສາທໍາມະຊາດໃຫ້ຍືນຍົງນັ້ນ, ກໍແມ່ນການອານຸລັກສັດນໍ້າ-ສັດປ່າ ແລະຕ້ອງໄດ້ເອົາໃຈໃສ່ສໍາຫລວດ ແລະ ຕິດຕາມກວດກາປະເມີນປະຊາກອນສັດນ້ຳ ແລະສັດປ່າໃນເຂດປ່າສະຫງວນ-ປ່າປ້ອງກັນແຫ່ງຊາດ ໃນທົ່ວປະເທດ ແລະປັບປຸງການຂຶ້ນບັນຊີຊີວະນາໆພັນທີ່ຫາຍາກ ແລະໃກ້ສູນພັນ, ສ້າງສວນສາທິດກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ ເພື່ອເປັນບ່ອນສຶກສາ, ຄົ້ນຄວ້າ, ຝຶກອົບຮົມ, ທັດສະນະສຶກສາ, ແລກປ່ຽນບົດຮຽນ ແລະ ປູກຈິດສໍານຶກໃຫ້ມວນຊົນຢ່າງກ້ວາງຂວາງ, ສ້າງຂໍ້ກໍານົດ, ກົນໄກການສ້າງຕົວເມືອງສີຂຽວ, ຄວບຄຸມມົນລະພິດທາງນໍ້າ, ອາກາດ ແລະຫລຸດຜ່ອນສິ່ງເສດເຫລືອຈາກສານເຄມີອັນຕະລາຍຕ່າງໆລົງເທື່ອລະກ້າວ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...