Homeຂ່າວຕ່າງປະເທດສິລະປິນຄົນຝຣັ່ງສຸດແປກ ເຮັດພາລະກິດໃຊ້ຊີວິດໃນຫີນປູນໄດ້ໜຶ່ງອາທິດ

ສິລະປິນຄົນຝຣັ່ງສຸດແປກ ເຮັດພາລະກິດໃຊ້ຊີວິດໃນຫີນປູນໄດ້ໜຶ່ງອາທິດ

Published on

ເປັນທີ່ຮືຮາສຳລັບຜ່ານມາ ເມື່ອສິລະປິນຄົນຝຣັ່ງ Abraham Poincheval ຜູ້ທີ່ມັກທົດລອງເຮັດສິ່ງແປກໆ ເຊັ່ນການເຂົ້າໄປຢູ່ໃນຫຸ່ນໝີເປັນເວລາ 13 ວັນ, ສຳຫຼວດແມ່ນໍ້າ Rhone ເຊິ່ງອາໄສຢ່ໃນກວດພາສຕິກຂະໜາດໃຫຍ່ ທີ່ມີກະດອນປິດຢູ່ ຫຼືໄປອາໄສຢູ່ໃນຫ້ອງໃຕ້ດິນຂອງຮ້ານໜັງສືແຫ່ງໜຶ່ງໃນເມືອງມາຣ໌ແຊຍ໌

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 2 ມີນາ 2017 ຜ່ານມາວ່າ ສິລະປິນຄົນຝຣັ່ງຊື່ວ່າ Abraham Poincheval ຄົນນີ້ອາຍຸ 44 ປີ ສາມາດເຮັດພາລະກິດສຸດແປກໄດ້ສຳເລັດ, ຂະນະທີ່ອາໄສຢູ່ພາຍໃນຫີນປູນ ທີ່ເຈາະຊ່ອງໃຫ້ພໍດີກັບຕົວເຂົາ ເປັນເວລາໜຶ່ງອາທິດ ທີ່ພິພິທະພັນປາເລ່ສ໌ ເດິ ໂຕກຽວ ໃນປະເທດຝຣັ່ງ, ຕັ້ງແຕ່ວັນທີ 22 ກຸມພາ ຜ່ານມາ ແລະຄົບກຳນົດອອກມາສູ່ພາຍນອກໃນວັນພຸດ ວັນທີ 1 ມີນາ 2017 ຜ່ານມານີ້

ຫີນປູນທີ່ລາວອາໄສຢູ່ນັ້ນ ມີການເຈາະຊ່ອງລະບາຍອາກາດນ້ອຍໆ ເພື່ອໃຫ້ລາວໄດ້ຫາຍໃຈ ເຊິ່ງການກິນແມ່ນກິນພຽງແຕ່ ກວນໝາກໄມ້ຕ່າງໆເທົ່ານັ້ນ, ນອກນີ້ລາວຍັງມີເຄື່ອງໃຊ້ສ່ວນຕົວເຊັ່ນ: ປຶ້ມບັນທຶກ ແລະໂທລະສັບທີ່ໃຊ້ໂທໃນກໍລະນີສຸກເສີນເຂົ້າໄປນຳ

ເມື່ອ Abraham Poincheval ອອກຈາກຫີນປູນແລ້ວ ລາວໄດ້ຮັບການຊ່ວຍເຫຼືອຈາກທີມແພດ ແລະຕ້ອງມີຄົນດູແລຈັບປະຄອງຢູ່ໄລຍະໜຶ່ງ

ຈາກນັ້ນ, ລາວໄດ້ເວົ້າວ່າ ” ຂ້ອຍຮູ້ສຶກງົງເລັກໜ້ອຍ ແລະມັນເປັນເລື່ອງທີ່ອະທິບາຍຍາກ ມັນເປັນຊ່ວງເວລາທີ່ດົນຫຼາຍໃນການສູນເສຍຄວາມເປັນສ່ວນຕົວ” ແລະຂອບໃຈທຸກຄົນທີ່ມາຖ້າຕ້ອນຮັບລາວໃນມື້ນີ້ຢ່າງຕື່ນເຕັ້ນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...