spot_img
Homeຂ່າວທ້ອງຖິ່ນຈະລາຈອນຫ້າມໜ່ວຍກູ້ໄພແລ່ນລົດໄວ ແລະ ເປີດສຽງຫວໍດັງ

ຈະລາຈອນຫ້າມໜ່ວຍກູ້ໄພແລ່ນລົດໄວ ແລະ ເປີດສຽງຫວໍດັງ

Published on

ໜັງສືພິມລາວພັດທະນາ ລາຍງານເມືອວັນທີ 6 ມີນາ 2017 ນີ້ວ່າ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍ່ຕຳຫລວດກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ພາຍຫລັງສໍາເລັດກອງປະຊຸມຕີລາຄາການນໍາໃຊ້ແສງ, ສີ ແລະ ສຽງຫວໍຂອງບັນດາລົດທີ່ມີອະພິສິດ, ໂດຍສະເພາະແມ່ນລົດໂຮງໝໍ, ລົດໜ່ວຍກູ້ໄພຫ້າມໜ່ວຍກູ້ໄພແລ່ນລົດໄວ ແລະ ເປີດສຽງຫວໍດັງ ເພື່ອຫຼີກລ່ຽງອຸບັດຕິເຫດຊ້ຳຊ້ອນຕາມທ້ອງຖະໜົນ.

ທ່ານ ພັນໂທ ຄຳເຫລັກ ໄຊຍະສິດ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍ່ຕຳຫລວດກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ພາຍຫລັງສໍາເລັດກອງປະຊຸມຕີລາຄາການນໍາໃຊ້ແສງ, ສີ ແລະ ສຽງຫວໍຂອງບັນດາລົດທີ່ມີອະພິສິດ, ໂດຍສະເພາະແມ່ນລົດໂຮງໝໍ, ລົດໜ່ວຍກູ້ໄພ ເມື່ອທ້າຍອາທິດຜ່ານມານີ້ວ່າ: ກອງປະຊຸມໄດ້ເປັນເອກະພາບກໍານົດໃຫ້ລົດໜ່ວຍກູ້ໄພຈໍານວນ 7 ພາກສ່ວນຫ້າມນຳໃຊ້ສຽງຫວໍລົດຂອງພາກສ່ວນອື່ນຢ່າງເດັດຂາດ, ຕ້ອງນຳໃຊ້ສຽງຫວໍຄືລົດນຳສົ່ງຄົນເຈັບຂອງໂຮງໝໍເທົ່ານັ້ນ ແລະ ຫ້າມເປີດສຽງຫວໍຕະຫລອດ 24 ຊົ່ວໂມງ, ໃຫ້ປິດສຽງຫວໍແຕ່ 18:00-6:00 ໂມງ (ກໍລະນີສຸກເສີນຮ້າຍແຮງແມ່ນອະນຸຍາດໃຫ້ເປີດໄດ້), ສ່ວນສັນຍານໄຟໝູນຫລັງລົດໃຫ້ນຳໃຊ້ສະເພາະສີຟ້າ, ຫ້າມແລ່ນລົດໄວເກີນຂອບເຂດເພື່ອຫລີກເວັ້ນບັນຫາການເກີດອຸປະຕິເຫດຕາມມາ ແລະ ປະຕິບັດຕາມກົດລະບຽບຈະລາຈອນທີ່ກຳນົດໄວ້ຢ່າງເຂັ້ມງວດ.

ທ່ານຮອງຫົວໜ້າກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: “ການນໍານົດຫລາຍຂໍ້ຫ້າມຕໍ່ພາກສ່ວນດັ່ງກ່າວ,ຍ້ອນວ່າຜ່ານມາມີລົດກູ້ໄພຈໍານວນໜຶ່ງໄດ້ອຸປະຕິເຫດຍ້ອນຜູ້ຂັບຂີ່ໃຊ້ຄວາມໄວເກີນກຳນົດ, ດັ່ງກໍລະນີຄັ້ງວັນທີ 16 ເມສາ 2016 ເວລາ 15:00 ໂມງເກີດອຸປະຕິເຫດລົດກູ້ໄພຕຳກັບລົດໃຫຍ່ຢູ່ສີ່ແຍກໄຟອຳນາດສີໄຄ, ເມືອງສີໂຄດຕະບອງລົດກູ້ໄພຄັນດັ່ງກ່າວບໍ່ມີປ້າຍທະບຽນຂັບຂີ່ໂດຍທ້າວ ສຸກສາຄອນ ອາຍຸ 23 ປີນັກສຶກສາ ບ້ານ ວັດໄຕ ເມືອງ ສີໂຄດຕະບອງ, ຄັ້ງວັນທີ 10 ກຸມພາ 2017 ເວລາ 13:30 ໂມງເກີດອຸປະຕິເຫດລົດຈັກຕຳກັບລົດກູ້ໄພຢູ່ຖະໜົນກຳ ແພງເມືອງຕໍ່ໜ້າໂຮງໝໍເສດຖາເມືອງສີສັດຕະນາກ ລົດກູ້ໄພໝາຍເລກທະບຽນ ກສ 1623 ຂັບຂີ່ໂດຍທ້າຍ ອະນຸຄົງ ອາຍຸ 33 ປີ ນັກທຸລະກິດ, ບ້ານ ໜອງໄຮ ເມືອງ ຫາດຊາຍຟອງ ແລະ ຄັ້ງວັນທີ 12 ກຸມພາ 2017 ເວລາ 20:30 ໂມງລົດກູ້ໄພຕໍາລົດໃຫຍ່ຢູ່ 4 ແຍກໄຟອຳນາດໂພນສະອາດເມືອງໄຊເສດຖາ, ລົດກູ້ໄພບໍ່ມີໝາຍເລກທະບຽນຂັບຂີ່ໂດຍທ້າວ ອານຸວັດ ນັກຮຽນຢູ່ບ້ານໜອງດ້ວງເມືອງສີໂຄດຕະບອງ”.

ທ່ານຮອງຫົວໜ້າຕໍາຫລວດ ກ່າວວ່າ: ການປະຕິບັດໜ້າທີ່ຂອງໜ່ວຍກູ້ໄພເພື່ອຮັບໃຊ້ສັງຄົມໃນໄລຍະຜ່ານມາແມ່ນມີຜົນງານທີ່ໜ້າຍົກຍ້ອງຊົມເຊີຍ, ໂດຍສະເພາະສາມາດນຳສົ່ງຄົນເຈັບໄປເຖິງໂຮງໝໍໄດ້ທັນເວລາ,ປອດໄພ ແລະ ສາມາດກອບກູ້ເອົາຊີວິດຂອງຜູ້ປະສົບອຸປະຕິເຫດຕາມທ້ອງຖະໜົນ ແລະ ກໍລະນີອື່ນໆ ແລະ ສັງຄົມໃຫ້ການສະໜັບສະໜູນໃນດ້ານວັດຖຸປັດໃຈຊ່ວຍເຫລືອເປັນຢ່າງດີ. ແຕ່ເພື່ອໃຫ້ສອດຄ່ອງຕາມລະບຽບຫລັກການ ແລະ ທັງໃຫ້ຮັບປະກັນຄວາມປອດໄພໃນວຽກງານດັ່ງກ່າວໃນຕໍ່ໜ້າ, ຈຶ່ງມີຄວາມຈໍາເປັນກໍານົດລະບຽບ ແລະ ເຝິກອົບ ຮົມດ້ານການຂັບຂີ່ປອດໄພໃຫ້ບັນດານັກຂັບຂີ່ຂອງໜ່ວຍກູ້ໄພ ເພື່ອໃຫ້ມີຄວາມຮູ້ເລິກເຊິ່ງກ່ຽວກັບກົດລະບຽບຈະລາຈອນຫລາຍຂຶ້ນ, ກໍຄືຮັບປະກັນໃຫ້ລົດກູ້ໄພທີ່ຮັບສົ່ງຄົນເຈັບໄປໂຮງໝໍດ້ວຍຄວາມປອດໄພ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...