spot_img
Homeຂ່າວທ້ອງຖິ່ນພິທີແຕ່ງຕັ້ງ ປະທານສານປະຊາຊົນແຂວງສະຫວັນນະເຂດຄົນໃໝ່

ພິທີແຕ່ງຕັ້ງ ປະທານສານປະຊາຊົນແຂວງສະຫວັນນະເຂດຄົນໃໝ່

Published on

ໃນວັນທີ 27 ກຸມພາ 2017 ຜ່ານມາທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງປະທານສານປະຊາຊົນແຂວງສະຫວັນນະເຂດຄົນໃໝ່ ເຊິ່ງເປັນປະທານໂດຍ ທ່ານໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳພາ ແສງດາຣາ ຮອງປະທານປະຊາຊົນສູງສຸດ ແລະການຈັດຕັ້ງຂັ້ນສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ

ທ່ານ ສາກົນ ໄຊຍະລາດ ຫົວໜ້າພະແນກກົງຈັກການຈັດຕັ້ງສານປະຊາຊົນສູງສຸດໄດ້ຂຶ້ນຜ່ານມາຕິ ຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 0109 ລົງວັນທີ 18 ກໍລະກົດ 2016 ວ່າດ້ວຍການແຕ່ງຕັ້ງປະທານສານປະຊາຊົນທ້ອງຖິ່ນ ເຊິ່ງເຫັນດີແຕ່ງຕັ້ງ ທ່ານ ພູຄຳ ເລນິນ ເປັນປະທານສານປະຊາຊົນແຂວງສະຫວັນນະເຂດ, ຈາກນັ້ນ ທ່ານ ຄຳພາ ແສງດາຣາ ຮອງປະທານປະຊາຊົນສູງສຸດ ກໍໄດ້ເປັນກຽດປະດັບທະນູບ່າ ແລະມອບຂໍ້ຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງໜ້າທີ່ອັນມີກຽດສະຫງ່າ

ຈາກນັ້ນກໍມີພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານກຽງສັກ ບຸນທາວົງ  ຮັກສາການປະທານສານປະຊາຊົນແຂວງ ແລະທ່ານ ຄຳພູ ເລນິນ ປະທານສານປະຊາຊົນຢ່າງເປັນທາງການ

ໃນໂອກາດດຽວກັນ ທ່ານ ພູຄຳ ເລນິນ ກໍໄດ້ປະຕິຍານຕົນຕໍ່ໜ້າການນຳພັກ-ລັດ ທີ່ໄວ້ວາງໃຈມອບໜ້າທີ່ອັນມີກຽດສະຫງ່ານີ້ວ່າ: ຈະຈົງຮັກພັກດີຕໍ່ພັກລັດ ກໍ່ຄືປະຊາຊົນ, ຈະຊື່ສັດສຸດຈະລິດຕໍ່ໜ້າທີ່ວຽກງານ, ຈະປະຕິບັດຕາມລະບຽບຕຸລະການທີ່ວ່າ: ຈະບໍ່ສວຍຊ້ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດຂອງຕົນ, ຈະບໍ່ບັງຂັບນາບຂູ່ລະເມີດຕໍ່ການດຳເນີນຄະດີ, ຈະບໍ່ລຳອຽງເຂົ້າຂ້າງອອກຂາທີ່ພາໃຫ້ການດຳເນີນຄະດີບໍ່ຍຸດຕິທຳ, ຈະບໍ່ຮັບສິນບົນ, ຈະບໍ່ເປັນທີ່ປຶກສາເພື່ອຫາຜົນປະໂຫຍດ, ຈະບໍ່ສ້າງຄວາມແຕກແຍກ ແລະຈະບໍ່ເຮັດໃນສິ່ງທີ່ຜິດກົດໝາຍ.

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...