spot_img
Homeຂ່າວ​ໄອ​ທີເກັບຕົກ... ສະເປັກ ແລະຮູບຫຼຸດໂຕເຄື່ອງ Samsung Galaxy S8 ແລະ S8+ ກ່ອນມື້ເປີດໂຕ

ເກັບຕົກ… ສະເປັກ ແລະຮູບຫຼຸດໂຕເຄື່ອງ Samsung Galaxy S8 ແລະ S8+ ກ່ອນມື້ເປີດໂຕ

Published on

ຖືວ່າຍັງອີກດົນກວ່າຈະຮອດມື້ເປີດໂຕສະມາດໂຟນລຸ້ນໃໝ່ທີ່ເປັນເຮືອທຸງຫຼັກຂອງທາງ Samsung ນັ້ນກໍຄື: Samsung Galaxy S8 ແລະ Galaxy S8+. ໂດຍງານເປີດໂຕທັງສອງເຄື່ອງນີ້ຈະຈັດຂຶ້ນເມື່ອວັນທີ 29 ມີນາ 2017 ທີ່ກຸງນິວຢອຣ໌ກ ປະເທດສະຫະລັດອາເມຣິການັ້ນເອງ.

ເຊິ່ງມື້ນີ້ເຮົາກໍມີຮູບຫຼຸດມາຝາກແຟນໆຊາວຊຳຊຸງນຳກັນ, ມາເລີ່ມກັນທີ່ຮູບໜ້າຈໍດ້ານເທິງນີ້ກັນເລີຍ ໂດຍເຮົາຈະເຫັນໄດ້ວ່າໜ້າຈໍເປັນຈໍໂຄ້ງ ຂະໜາດ 5.8 ນິ້ວ, ອີກທັງຊຳຊຸງຍັງໄດ້ຕັດເອົາປຸ່ມໂຮມທີ່ເປັນເອກກະລັກອອກໄປ ແລ້ວແທນດ້ວຍປຸ່ມໃນຈໍ 3 ປຸ່ມ ແລະຍັງມີເຊັນເຊີ້ສະແກນມ່ານຕາທີ່ດ້ານເທິງຈໍນຳ.

ໃນສ່ວນດ້ານຊ້າຍໂຕເຄື່ອງນັ້ນມີປຸ່ມເພີ່ມສຽງ-ຫຼຸດສຽງຄືເກົ່າ ແລະ ມາພ້ອມປຸ່ມໃຊ້ງານຜູ້ຊ່ອຍອັດສະລິຍະ. ໃນຂະນະທີ່ດ້ານຂວາເຄື່ອງນັ້ນມີພຽງປຸ່ມ Power ຢ່າງດຽວ.

ທາງດ້ານລຸ່ມຂອງໂຕເຄຶ່ອງເຮົາຈະເຫັນພອຣ໌ດ USB Type-C, ຮູແຈັກຫູຟັງ 3.5 ມມ ແລະ ໄມໂຄຣໂຟນ.

ຂ່າວລືສະເປັກຂອງ Samsung Galaxy S8 ແລະ S8+ ມີດັ່ງນີ້:

  • S8: ໜ້າຈໍ Super AMOLED ຂະໜາດ 5.8 ນິ້ວ, Quad HD+ (2560×1440 ພິກເຊວ) ມາພ້ອມຈໍໂຄ້ງ 
  • S8+: ໜ້າຈໍ Super AMOLED ຂະໜາດ 6.2 ນິ້ວ, Quad HD+ (2560×1440 ພິກເຊວ) ມາພ້ອມຈໍໂຄ້ງ 
  • CPU: Qualcomm Snapdragon 835 / Samaung Exynos 9 Series 8895
  • GPU: Adreno 540 / Mali-G71 MP20 
  • RAM: 4GB RAM
  • ROM: 64GB ເພີ່ມກາຣ໌ດ microSD ໄດ້
  • ລະບົບ: Android 7.0 (Nougat)
  • ຊິມ: Dual SIM
  • ກ້ອງຫຼັງ: ເລນຄູ່ 12 ລ້ານພິກເຊວ ພ້ອມແຟລັດ LED ແລະ f/1.7
  • ກ້ອງໜ້າ: 8 ລ້ານພິກເຊວ ພ້ອມ f/1.7
  • ເຊັນເຊີ້: ກວດຈັບການເຕັ້ນຂອງຫົວໃຈ, ສະແກນລາຍນິ້ວມື, ສະແກນມ່ານຕາ ແລະກວດຈັບສະພາບອາກາດ
  • ມາດຕະຖານ: IP68 ກັນນ້ຳ ແລະຝຸ່ນ
  • ການເຊື່ອມຕໍ່: 4G VoLTE, Wi-Fi 802.11ac, Bluetooth 4.2 LE, GPS with GLONASS, USB 2.0, NFC
  • S8: ແບັດເຕີຣີ 3000mAh ມາພ້ອມລະບົບສາກໄວທັງແບບໃຊ້ສາຍ ແລະໄຮ້ສາຍ (WPC and PMA)
  • S8+: ແບັດເຕີຣີ 3500mAh ມາພ້ອມລະບົບສາກໄວທັງແບບໃຊ້ສາຍ ແລະໄຮ້ສາຍ (WPC and PMA)

ຢ່າງໃດກໍຕາມໃນສ່ວນຂອງລາຄາ ແລະມື້ວາງຈຳໜ່າຍໃນຕອນນີ້ຍັງບໍ່ມີລາຍລະອຽດທີ່ຊັດເຈນເທື່ອ ເຮົາຕ້ອງຖ້າຕິດຕາມມື້ເປີດໂຕຢ່າງເປັນທາງການພຸ້ນເດີ້.

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...