Home​ຂ່າວທ່ອງທ່ຽວຫລວງພະບາງ ມີນັກທ່ອງທ່ຽວເພີ່ມຂຶ້ນ 40,000ຄົນ ໃນປີ 2016 ທີ່ຜ່ານມາ

ຫລວງພະບາງ ມີນັກທ່ອງທ່ຽວເພີ່ມຂຶ້ນ 40,000ຄົນ ໃນປີ 2016 ທີ່ຜ່ານມາ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 3 ມີນາ 2017 ວ່າ ຫຼວງພະບາງເມືອງມໍລະດົກໂລກແຫ່ງທໍາອິດຂອງລາວ, ປີ 2016 ຜ່ານມານີ້ ບັນຍາກາດການທ່ອງທ່ຽວ ຖືວ່າຟົດຟື້ນຫຼາຍ, ເຫັນໄດ້ຈາກສະຖິຕິຕົວເລກນັກທ່ອງທ່ຽວ ຖ້າທຽບໃສ່ປີຜ່ານໆມາແມ່ນເພີ່ມຂຶ້ນເກືອບ 40 ພັນຄົນ, ດ້ານສະຖານທີ່ພັກແຮມກໍມີຈໍານວນເພີ່ມຂຶ້ນ ເຮັດໃຫ້ສາມາດຮອງຮັບແຂກໄດ້ຢ່າງພຽງພໍ, ບັນດາແຫຼ່ງທ່ອງທ່ຽວກໍໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ ປະຈຸບັນເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ ຮ້ອຍກວ່າແຫ່ງ.

ທ່ານ ສົມອົກ ພັນທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ລາຍງານໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ໃນປີທີ່ຜ່ານມາຫຼວງພະບາງໄດ້ສຸມໃສ່ການເຄື່ອນໄຫວວຽກງານ ຕາມພາລະບົດບາດສິດໜ້າທີ່ຂອງຕົນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ແລະປັບປຸງແບບແຜນວິທີການເຄື່ອນໄຫວວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວໃຫ້ມີບາດກ້າວໃໝ່ທີ່ສົມຄູ່ກັບ ໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.

ສໍາລັບວຽກງານການທ່ອງທ່ຽວທົ່ວແຂວງແມ່ນມີແຫຼ່ງທ່ອງທ່ຽວ ທັງໝົດ 228 ແຫ່ງ, ຫຼາຍກວ່າໝູ່ ແມ່ນແຫຼ່ງທ່ອງທ່ຽວທາງທໍາມະ ຊາດ 108 ແຫ່ງ, ຮອງລົງມາແມ່ນວັດທະນະທໍາ 86 ແຫ່ງ, ທັງໝົດ ນີ້ໄດ້ເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ 111 ແຫ່ງ ແລະໄດ້ສໍາເລັດການສໍາຫຼວດແລ້ວ 15 ແຫ່ງຕໍ່ກັບແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍ ໄດ້ມີນັກທຸລະກິດລົງທຶນສ້າງຕັ້ງບໍລິສັດທ່ອງທ່ຽວ ແລະສາຂາທັງໝົດ 84 ບໍລິສັດ, ໃນນັ້ນມີບໍລິສັດແມ່ 61 ບໍລິສັດ ສ່ວນທີ່ເຫຼືອແມ່ນສາຂາ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 5 ບໍລິສັດ, ນອກຈາກລົງທຶນສ້າງບໍລິສັດທ່ອງທ່ຽວແລ້ວ, ດ້ານສະ ຖານທີ່ພັກແຮມກໍເຫັນວ່າໄດ້ຮັບ ການລົງທຶນຫຼາຍເຊັ່ນກັນ ຊຶ່ງປະຈຸບັນມີໂຮງແຮມທັງໝົດ 74 ແຫ່ງ, ບັນຈຸຕຽງນອນໄດ້ 3 ພັນກວ່າຕຽງ ໃນຈໍານວນທັງໝົດເກືອບ 2 ພັນຫ້ອງ, ເຮືອນພັກ 341 ຫຼັງ, ມີ 4 ພັນກວ່າຕຽງນອນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3 ແຫ່ງ ແລະຮ້ານອາຫານທັງໝົດ 289 ຮ້ານ, ເພີ່ມຂຶ້ນ 3 ຮ້ານ.
ຍ້ອນສິ່ງອໍານວຍຄວາມສະດວກບວກກັບຄວາມສວຍສົດງົດງາມຂອງບັນດາແຫຼ່ງທ່ອງທ່ຽວທີ່ມີຢ່າງຫຼວງຫຼາຍບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວທາງດ້ານວັດທະ ນະທໍາເຮັດໃຫ້ມີບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຫຼັ່ງໄຫລ ເຂົ້າມາທ່ຽວຊົມຢ່າງຟົດຟື້ນໃນທຸກໆປີ, ສະເພາະປີ 2016 ຜ່ານມານີ້ ແຂວງຫຼວງພະບາງມີນັກທ່ອງທ່ຽວເຂົ້າມາທ່ຽວຊົມທັງໝົດ 643.586 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 35.735 ຄົນ, ໃນນັ້ນນັກທ່ອງທ່ຽວຕ່າງປະເທດ 4 ແສນກວ່າຄົນ, ເພີ່ມຂຶ້ນເກືອບ 24 ພັນຄົນ.

ແນວໃດກໍດີ ຈາກສະຖິຕິຕົວເລກນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວ ແຂວງຫຼວງພະບາງດັ່ງທີ່ກ່າວມາ ນັ້ນມັນສາມາດສ້າງລາຍຮັບໃຫ້ແຂວງເວົ້າສະເພາະ, ເວົ້າລວມກໍຄື ພໍ່ແມ່ປະຊາຊົນລາວຊາວຫຼວງພະບາງ ບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມໄດ້ 2 ຮ້ອຍລ້ານກວ່າໂດລາສະຫະລັດ ຊຶ່ງຖືເປັນລາຍຮັບທີ່ເປັນບຸລິມະສິດ ອັນດັບຕົ້ນໆຂອງແຂວງກໍ່ວ່າໄດ້.

ຢ່າງໃດກໍຕາມ ເພື່ອພັດທະນາແຫຼ່ງທ່ອງທ່ຽວພາຍໃນແຂວງໃຫ້ເຂັ້ມແຂງ ດຶງດູດເອົານັກທ່ອງທ່ຽວເຂົ້າມາຢຽມຢາມ ໃຫ້ຫຼາຍຂຶ້ນໃນຕໍ່ໜ້າຕ້ອງຊຸກຍູ້ສົ່ງເສີມຫຼາຍດ້ານຢູ່ຂັ້ນບ້ານຕິດພັນກັບການດໍາລົງຊີວິດຕົວຈິງ, ສ້າງທ່າແຮງການ ທ່ອງທ່ຽວຂອງຫຼວງພະບາງເມືອງມໍລະດົກໂລກເຮັດໃຫ້ປະຊາຊົນມີສ່ວນຮ່ວມ ແລະ ສາມາດສ້າງລາຍຮັບຈາກການ ທ່ອງທ່ຽວ, ສ້າງກິດຈະກໍາການທ່ອງທ່ຽວໃຫ້ມີຫຼາຍສີສັນ, ຄຸ້ມຄອງແຫຼ່ງທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະສະຖານທີ່ບໍລິການຕ່າງໆໃຫ້ເປັນລະບຽບຮຽບຮ້ອຍ ແລະມີຄວາມສະຫງົບປອດໄພ, ໃນນັ້ນຕ້ອງສ້າງພະນັກງານນໍາທ່ຽວ ແລະພະນັກງານການບໍລິການໃຫ້ມີຄວາມຮູ້ ແລະ ຮູ້ຮີດຄອງປະເພນີ ວັດທະນະທໍາອັນດີງາມຂອງຊາດ ເພື່ອສືບຕໍ່ດຶງດູດແຂກນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...