Homeຂ່າວ​ໄອ​ທີSamsung Galaxy S7 ລະເບີດຢູ່ບ່ອນໄວ້ຈອກເທິງລົດ ໃນຂະນະເປີດ Bluetooth ຟັງເພງ

Samsung Galaxy S7 ລະເບີດຢູ່ບ່ອນໄວ້ຈອກເທິງລົດ ໃນຂະນະເປີດ Bluetooth ຟັງເພງ

Published on

​ເຫດເກີດຂຶ້ນເມື່ອວັນທີ 23 ກຸມພາ, ຜູ້ເສຍຫາຍຊື່ວ່າ: Shaunique Lamb ອາຍຸ 27 ປີ ກຳລັງສຶກສາຢູ່ມະຫາວິທະຍາໄລ Old Dominion. ນາງບອກວ່າໂທລະສັບ Samsung Galaxy S7 ຂອງນາງຈາກໂລກໄປ… ເຊິ່ງຕອນນັ້ນນາງໄດ້ວາງໂທລະສັບໄວ້ທີ່ບ່ອນໄວ້ຈອກ ແລະກໍບໍ່ໄດ້ສຽບໂທລະສັບສາກເລີຍ ມີພຽງແຕ່ເປີດ Bluetooth ເຊື່ອມຕໍ່ກັບເຄື່ອງສຽງເພື່ອຟັງເພງເທົ່ານັ້ນ.

https://youtu.be/C7BMjvGv3CY
ໂດຍໃນຂະນະທີ່ນາງກຳລັງຂັບລົດຢູ່ນັ້ນ ໄດ້ເກີດມີຄວັນຂຶ້ນທີ່ໂທລະສັບຂອງນາງ ແລະນາງໄດ້ຕັດສິນໃຈດຶກໂທລະສັບອອກນອກລົດ, ຕໍ່ມາກໍໄດ້ໄປເກັບມາຄືນ ແລະໄປທີ່ຮ້ານຄ້າ Sprint ທີ່ນາງໄດ້ຊື້ໂທລະສັບໜ່ວຍນີ້ມາ ໂດຍໄດ້ອະທິບາຍຄວາມເປັນຈິງທີ່ເກີດຂຶ້ນໃຫ້ທາງຮ້ານຟັງ ແຕ່ທາງຮ້ານກໍບອກວ່ານາງຕ້ອງຈ່າຍ $200 ທັງໆທີ່ຍັງມີແຜນຮັບປະກັນຢູ່.

ແຫຼ່ງຂ່າວ: phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...