Homeນານາສາລະສັບພະຄຸນທາງຢາຂອງ "ຜັກຫອມປ້ອມ"

ສັບພະຄຸນທາງຢາຂອງ “ຜັກຫອມປ້ອມ”

Published on

ຜັກຫອມປ້ອມ ເປັນຜັກທີ່ມີກິ່ນຫອມ ເປັນທີ່ນິຍົມຫຼາຍໃນການນຳມາປະກອບອາຫານຕ່າງໆ ເພື່ອເຮັດໃຫ້ອາຫານມີກິ່ນຫອມ ແລະຍັງມີສັບພະຄຸນຕໍ່ຮ່າງກາຍຫຼາຍປະການອີກ, ສີຂຽວສົດຂອງຜັກຫອມປ້້ອມ ແລະໃບທີ່ເປັນເອກະລັກ ຈຶ່ງເປັນທີ່ນິຍົມໃນການເອົາມາເປັນຜັກແຕ່ງຈານອາຫານ ໃຫ້ໜ້າຢາກຮັບປະທານຫຼາຍຂຶ້ນ

  1. ຊ່ວຍບຳລຸງ ແລະຮັກສາສາຍຕາ
  2. ຊ່ວຍບຳລຸງທາດໃນຮ່າງກາຍ ແລະຫຼຸດນໍ້າຕານໃນເລືອດ
  3. ຊ່ວຍບຳລຸງການເຮັດວຽກຂອງກ້າມເນື້ອ
  4. ຊ່ວຍແກ້ອາການເປັນຫວັດ ແລະເປັນໄອ
  5. ຊ່ວຍຂັບລົມໃນກະເພາະ ແລະຍ່ອຍອາຫານໄດ້ດີ
  6. ແກ້ອາການປວດຮາກ ແລະເຈັບຫົວ
  7. ກິນຊ່ວຍແກ້ຕັບອັກເສບ
  8. ຊ່ວຍຕ້ານເຊື້ອລາ, ແບັກທີເລຍໄດ້
  9. ຊ່ວຍຫຼຸດອາການປວດບວມຕາມຂໍ້
  10. ຊ່ວຍໃຫ້ຈະເລີນອາຫານຫຼາຍຂຶ້ນ ແລະບຳລຸງກະເພາະອາຫານ ດ້ວຍການເອົາແກ່ນຜັກຫອມປ້ອມມາບົດເປັນຜົງກິນ ຫຼືເອົາມາຕົ້ມກັບນໍ້າດື່ມ
  11. ຊ່ວຍຂັບເຫື່ອ ດ້ວຍການໃຊ້ຕົ້ນສົດປະມານ 60 ກຣາມມາຕົ້ມກັບນໍ້າດື່ມ ຫຼືຄັ້ນເອົາສະເພາະນໍ້າມາດື່ມ
  12. ໃຊ້ແກ້ອາການເຈັບແຂ້ວ, ເຈັບປາກ ດ້ວຍການໃຊ້ແກ່ນຜັກຫອມປ້ອມມາຕົ້ມແລ້ວເອົາມາອົມບ້ວນປາກຄ່ອຍໆ
  13. ຊ່ວຍປິ່ນປົວພະຍາດລິດສີດວງທະວານ ດ້ວຍການໃຊ້ແກ່ນສົດຂອງຜັກຫອມປ້ອມ ມາຕຳໃຫ້ມຸ່ນແລ້ວປະສົມກັບເຫຼົ້າ ດື່ມມື້ລະ 5 ຄັ້ງ ຫຼືໃຊ້ຕົ້ນສົດ ປະມານ 120 ກຣາມ ເອົາມາຕຳປະສົມນົມ 2 ແກ້ວປະສົມນໍ້າຕານດື່ມ
  14. ຊ່່ວຍແກ້ທ້ອງບິດ, ຖ່າຍເປັນເລືອດ ດ້ວຍການໃຊ້ແກ່ນປະມານ 1 ຖ້ວຍຊາ ເອົາມາຕຳປະສົມກັບນໍ້າຕານຊາຍແລ້ວປະສົມກັບນໍ້າດື່ມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...