Homeຂ່າວເຫດການການໃຊ້ສານເຄມີໃນການຜະລິດກະສິກຳຍັງແຜ່ຫຼາຍ

ການໃຊ້ສານເຄມີໃນການຜະລິດກະສິກຳຍັງແຜ່ຫຼາຍ

Published on

ອີງຕາມການລາຍງານຂອງກະຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນ, ການຜະລິດກະສິກໍາໃນປະເທດເຮົາ, ຍັງອາໃສການນໍາໃຊ້ສານເຄມີເຂົ້າຊ່ວຍຢ່າງແຜ່ຫລາຍ, ບໍ່ວ່າຈະເປັນການປູກພືດ ແລະ ການລ້ຽງສັດ, ແຕ່ທີ່ຮ້າຍແຮງກ່ອນໝູ່ນັ້ນແມ່ນ ການໃຊ້ສານເຄມີອັນຕະລາຍຊະຊາຍ ແລະນໍາໃຊ້ເກີນຂະໜາດໂດຍສະເພາະແມ່ນ ໂຄງການປູກກ້ວຍ, ຟາມລ້ຽງໄກ່, ລ້ຽງໝູ ແລະການລ້ຽງປາກະຊັງ ຂອງນັກລົງທຶນຕ່າງປະເທດ ຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ຈໍາປາສັກ ແລະທ້ອງຖິ່ນອື່ນໆ, ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍຂອງຂະແໜງກ່ຽວຂ້ອງກໍານົດອອກ, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ, ຕໍ່ສິ່ງແວດລ້ອມ ແລະສັງຄົມ.

ໃນໄລຍະຜ່ານມາ ກະຊວງກະສິກໍາ ແລະປ່າໄມ້, ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກໍາຫລາຍສະບັບເປັນຕົ້ນ: ກົດໝາຍວ່າດ້ວຍກະສິກໍາ, ການປ້ອງກັນພືດ, ການລ້ຽງສັດ ແລະ ສັດຕະວະແພດ, ການປະມົງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ຄໍາສັ່ງກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຢາປາບສັດຕູພືດ, ຝຸ່ນ, ປຸຍ ແນວພັນພືດ ແລະ ອື່ນໆທີ່ນໍາໃຊ້ຢູ່ໃນລາວ, ແນໃສ່ສົ່ງເສີມໃຫ້ມີການຜະລິດສິນຄ້າກະສິກໍາສະອາດ ແລະ ປອດສານພິດ ເພື່ອເປັນທ່າແຮງໃນການສົ່ງອອກ, ເປັນສະບຽງອາຫານທີ່ສະອາດປອດໄພຕອບສະໜອງຄວາມຕ້ອງການ ຂອງສັງຄົມໃຫ້ຫລາຍຂຶ້ນ

ອົງການອາຫານ ແລະ ການກະເສດ ໃຫ້ຮູ້ວ່າ: ການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳຫລາຍກ່ອນໝູ່ແມ່ນຢາຂ້າຫຍ້າ ແລະຢາປາບສັດຕູພືດ ຈະສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ, ເມື່ອເຂົ້າສູ່ຮ່າງກາຍຈະເກີດອາການເຈັບຫົວ, ເຈັບທ້ອງ, ປວດຮາກ, ວິນຫົວ, ປຸ້ນທ້ອງ, ເຈັບກ້າມເນື້ອ ແລະ ຖ້າຫາກມີການສະສົມໃນຮ່າງກາຍແມ່ນຈະມີຄວາມສ່ຽງສູງທີ່ຈະເປັນມະເລັງປອດ, ຜິວໜັງ, ເມັດເລືອດ, ລໍາໃສ້, ສະໝອງ, ເບົາຫວານ, ອໍາມະພາດ, ອໍາມະພຶກ, ພະຍາດຜິວໜັງ ແລະ ອື່ນໆ, ຖ້າປະປ່ອຍໃຫ້ມີການນໍາໃຊ້ສານເຄມີອັນຕະລາຍໄປດົນນານແມ່ນຈະສົ່ງຜົນຕໍ່ສັງຄົມ, ສິ່ງແວດລ້ອມທໍາມະຊາດ ແລະ ກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດໃນໄລຍະຍາວແນ່ນອນ

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...