Homeສຸຂະພາບ ແລະ ສີ່ງແວດລ້ອມ5 ວິທີແກ້ບັນຫາຕີນເໝັນໃຫ້ຫາຍດີ ດ້ວຍວິທີງ່າຍໆ

5 ວິທີແກ້ບັນຫາຕີນເໝັນໃຫ້ຫາຍດີ ດ້ວຍວິທີງ່າຍໆ

Published on

ບັນຫາຕີນເໝັນ ເປັນບັນຫາໃຫຍ່ກໍວ່າໄດ້ ຫຼາຍຄົນອາດຄິດວ່າເປັນປົກກະຕິທີ່ຈະເກີດຂຶ້ນກັບຄົນທີ່ໃສ່ເກີບຜ້າໃບ ຫຼືເກີບທີ່ລະບາຍອາກາດບໍ່ໄດ້ດີ ເວລາປົດເກີບອອກມາກໍຈະເຮັດໃຫ້ເໝັນ ເຊິ່ງນັ້ນບໍ່ແມ່ນຄວາມຈິງເລີຍ ເພາະບາງຄົນໃສ່ເກີບໜັງປົດເກີບອອກມາຍັງບໍ່ເຮັດໃຫ້ມີກິ່ນ, ສະນັ້ນ, ບັນຫາຕີນເໝັນເປັນເລື່ອງຂອງບຸກຄົນຫຼາຍກວ່າ  ເຊິ່ງສາເຫດທີ່ເຮັດໃຫ້ຕີນເໝັນນັ້ນ ບໍ່ໄດ້ເກີດຈາກເຫື່ອທີ່ອອກມາຈາກຕີນເຮົາໂດຍກົງ ແຕ່ເກີດຈາກແບັກທີເລຍທີ່ຢູ່ໃນຕີນຂອງເຮົາ ທີ່ເຮັດໃຫ້ເກີດກິ່ນເໝັນອອກມາ, ມື້ນີ້ ລາວໂພສຕ໌ ມີວິທີແກ້ບັນຫາຕີນເໝັນມາຝາກທຸກຄົນ

  1. ແຊ່ຕີນໃນນໍ້າອຸ່ນປະສົມເກືອ: ເປັນວິທີເຮັດທີ່ງ່າຍໄດ້ຜົນດີຄື ຕົ້ມນໍ້າໃຫ້ຟົດ ແລະປະໄວ້ໃຫ້ອຸ່ນ ຈາກນັ້ນໃສ່ເກືອລົງໃນນໍ້າທີ່ກຽມໄວ້, ແລ້ວເອົາຕີນແຊ່ລົງປະມານ 15-20 ນາທີ, ເຮັດຢ່າງນີ້ທຸກວັນພາຍໃນ 1 ເດືອນ, ອາການຕີນເໝັນຈະຄ່ອຍໆຫາຍດີ
  2. ແຊ່ຕີນໃນນໍ້າຢາ dettol : ຊອກຊື້ນໍ້າຢາ dettol ທີ່ເປັນກວດສີສົ້ມມາປະສົມກັບນໍ້າໃນຊາມທີ່ກຽມໄວ້ ເວລາທີ່ແຊ່ກໍເອົາບູລົດທີ່ໃຊ້ຖູຕີນ ມາຖູທຳຄວາມສະອາດພ້ອມ ໂດສະເພາະບໍລິເວນເລັບ ແລະງ່າມຕີນ ຕ້ອງຂັດເປັນພິເສດ ເພາະເຊື້ອແບັກທີເລຍຈະູຢູ່ບໍລິເວນນີ້ຫຼາຍ
  3. ແຊ່ຕີນໃນນໍ້າຢາບ້ວນປາກ: ຊື້ນໍ້າຢາບ້ວນປາກຍີ່ຫໍ້ໃດກໍໄດ້ ມາປະສົມກັບນໍ້າ 2 ຝາ ແລ້ວແຊ່ຕີນລົງໄປ ເພາະນໍ້າຢາບ້ວນປາກຈະມີຢາທຳລາຍເຊື້ອແບັກທີເລຍໄດ້ດີ ແຊ່ຕະຫຼອດຈະຊ່ວຍແກ້ບັນຫາຕີນເໝັນໄດ້
  4. ຂັດຕີນດ້ວຍຫີນສົ້ມ: ຊື້ຫີນສົ້ມມາ 1 ກ້ອນ ແລ້ວເອົາມາຖູໃຫ້ທົ່ວຝາຕີນ, ງ່າມຕີນ, ຫຼັງຕີນ ເພາະຫີນສົ້ມເປັນຢາລະງັບກິ່ນໄດ້ດີ
  5. ແກ້ບັນຫາຕີນເໝັນຢູ່ເກີບ ແລະຖົງຕີນຂອງເຮົາ: ດ້ວຍການຊັກເກີບ, ຖົງຕີນໃຫ້ສະອາດຢູ່ສະເໝີ ຢ່າໃສ່ຖົງຕີນຄູ່ດຽວຊໍ້າກັນຫຼາຍໆວັນ, ປ່ຽນພື້ນເກີບເປັນບາງຄັ້ງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...