Homeຂ່າວເຫດການຄະນະໂຄສະນາອົບຮົມ ຈັດພິທີປະກາດ ໃຫ້ພະນັກງານການນຳຂັ້ນສູງອອກຮັບບຳນານ

ຄະນະໂຄສະນາອົບຮົມ ຈັດພິທີປະກາດ ໃຫ້ພະນັກງານການນຳຂັ້ນສູງອອກຮັບບຳນານ

Published on

ເມື່ອບໍ່ດົນມານີ້ ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ໄດ້ຈັດພິທີປະກາດມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ຂອງຄະນະໂຄສະນາອົບຮົມສູນກາງພັກ ອອກພັກຜ່ອນຮັບບຳນານຢ່າງເປັນທາງການ  ທີ່ຄະນະໂຄສະນາອົບຮົມ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ພະນັກງານການນຳຂັ້ນສູງ ຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະໄດ້ອອກພັກຜ່ອນຮັບບຳນານມີ 3 ທ່ານຄື: ທ່ານ ສີສຸກ ພິລາວົງ ອະດີດຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ທ່ານ ບົວຈັນ ເພັງສະຫວັດ ອະດີດ ຄະນະພັກປະທານກວດກາ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວຽງແກ້ວ ພົມມະຫາໄຊ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນໂອກາດດຽວກັນ ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນ ຜົນງານໃນການປະກອບສ່ວນ ອັນສຳຄັນຂອງສາມທ່ານ, ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນອັນສຳຄັນ ຂອງສາມທ່ານ ທີ່ໄດ້ທຸ້ມເທ ເຫື່ອແຮງ ແລະ ສະຕິປັນຍາ ຂອງຕົນເຂົ້າໃນພາລະກິດຕໍ່ສູ້ ກູ້ຊາດກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເປັນຕົ້ນ ແມ່ນວຽກງານການເມືອງ-ແນວຄິດຂອງພັກ ພວກເພິ່ນ ຍາມໃດກໍມີຄວາມ ເປັນແບບຢ່າງຢູ່ແຖວໜ້າ ໃນການເຮັດວຽກງານການເມືອງ ສຶກສາອົບຮົມການເມືອງ -ແນວຄິດໂຄສະນາປາຖະກະຖາອະທິບາຍແນວທາງແຜນນະໂຍ າຍຂອງພັກລະບຽບ ກົດໝາຍຂອງລັດໃຫ້ແກ່ສະມາຊິກພັກ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...