Homeຂ່າວເຫດການຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມ ຕໍ່ກອງປະຊຸມວຽກງານຈັດຕັ້ງ ກໍ່ສ້າງພັກ ຂອງກະຊວງ ຍທຂ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມ ຕໍ່ກອງປະຊຸມວຽກງານຈັດຕັ້ງ ກໍ່ສ້າງພັກ ຂອງກະຊວງ ຍທຂ

Published on

ໃນວັນທີ 28 ກຸມພາ 2017 ຜ່ານມາ ທ່ານຈັນສີ ໂພສີຄຳ ໄດ້ມີໂອກາດໂອ້ລົມຕໍ່ ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງຂອງກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ)

ທ່ານຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໜັກ ໃຫ້ຄະນະພັກກະຊວງ, ຄະນະພັກບັນດາຮາກຖານ ການຈັດຕັ້ງໃຫ້ເອົາໃຈໃສ່ບາງວຽກງານທີ່ສຳຄັນດັ່ງນີ້: ເອົາໃຈໃສ່ການສຶກສາ ອົບຮົມນຳພາການເມືອງແນວຄິດໃຫ້ພະນັກງານ – ສະມາຊິກພັກຢູ່ທຸກຮາກຖານ ທີ່ຂຶ້ນ ກັບກະຊວງ ແລະ ພະແນກ ຍທຂ ຢູ່ທ້ອງຖິ່ນຢ່າງແຂງແຮງ ກວ່າເກົ່າ ໂດຍຖືເອົາການປະຕິບັດ ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ, ປັບປຸງການດຳເນີນຊີວິດພັກຢູ່ຂັ້ນຮາກຖານໃຫ້ດຳເນີນເປັນປະຈຳທຸກເດືອນ, ມີເນື້ອໃນເລິກເຊິ່ງຮັບປະກັນລັກສະນະນຳພາ, ສຶກສາອົບຮົມ ແລະ ຕໍ່ສູ້ ໂດຍຖືເອົາການກໍ່ສ້າງຕຳນິຕິຊົມຕົນເອງ ແລະຕິຊົມກັນຢ່າງແຂງແຮງ.

ໃນນັ້ນໃຫ້ຄະນະພັກກະຊວງ ເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ຢ່າງຈະແຈ້ງ; ເອົາໃຈໃສ່ວຽກງານການກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ວຽກງານອອກບັດ – ມອບບັດໃຫ້ສະມາຊິກພັກສົມບູນ ໂດຍມີການກວດກາຕີລາຄາ ແບ່ງປະເພດການຈັດຕັ້ງພັກ ແລະ ສະມາຊິກພັກ, ລວມທັງເອົາໃຈໃສ່ວຽກງານຂະຫຍາຍພັກໂດຍຖືເອົາຄຸນນະພາບ ເປັນກົກ; ເອົາໃຈໃສ່ວຽກງານ ພະນັກງານ ໂດຍການຂຶ້ນ ແຜນບຳລຸງກໍ່ສ້າງພະນັກງານ ໃຫ້ຮັບປະກັນໄປຕາມທິດ ໂດຍສະເພາະເອົາໃຈໃສ່ສ້າງ ພະນັກງານທີ່ເຮັດວຽກງານຈັດ ຕັ້ງໃຫ້ໜັກແໜ້ນ, ພຽງພໍກັບໜ້າທີ່ການເມືອງ ເພື່ອຊ່ວຍວຽກງານໃຫ້ແກ່ຄະນະພັກໃຫ້ສຳເລັດໜ້າທີ່; ເອົາໃຈໃສ່ວຽກງານນະໂຍບາຍຕ່າງໆຕໍ່ພະນັກງານປະຈຳການ, ພະນັກງານບຳນານເພື່ອແກ້ໄຂຊີວິດ ການເປັນຢູ່ ແລະຊຸກຍູ້ສົ່ງເສີມ ພະນັກງານທີ່ມີຄວາມບຸກບືນຫ້າວຫັນ, ມີຫົວຄິດປະດິດສ້າງ, ມີຄຸນງາມຄວາມດີຕໍ່ປະເທດຊາດ, ຕໍ່ການຈັດຕັ້ງ ແລະ ເອົາໃຈໃສ່ປະຕິບັດວິໄນຕໍ່ພະນັກງານສະມາຊິກພັກທີ່ລະເມີດລະບຽບກົດໝາຍຢ່າງ ເຂັ້ມງວດ; ຮີບຮ້ອນປັບປຸງພາລະບົດບາດກະຊວງ, ກົມກອງ, ສະຖາບັນ, ພະແນກ ຍທຂ ສາຍຕັ້ງປະຈຳທ້ອງຖິ່ນໃຫ້ ສອດຄ່ອງວຽກຂະແໜງການ ໄລຍະໃໝ່ຕາມທິດກະທັດຮັດ ກົງຈັກເຂັ້ມແຂງສັກສິດ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...