Homeຂ່າວຕ່າງປະເທດຈີນເຜີຍປີນີ້ ຈະຫຼຸດການຈ້າງງານອຸດສະຫະກຳເຫຼັກກ້າ-ຖ່ານຫີນລົງ 5 ພັນຕຳແໜ່ງ

ຈີນເຜີຍປີນີ້ ຈະຫຼຸດການຈ້າງງານອຸດສະຫະກຳເຫຼັກກ້າ-ຖ່ານຫີນລົງ 5 ພັນຕຳແໜ່ງ

Published on

ສຳນັກຂ່າວເອເອຟຟີລາຍງານເມື່ອວັນທີ 1 ມີນາ 2017 ຜ່ານມາວ່າ ປະເທດຈີນຈະຫຼຸດການຈ້າງງານໃນອຸດສະຫະກຳເຫຼັກກ້າ ແລະຖ່ານຫີນລົງ ຈຳນວນ 5 ພັນຕຳແໜ່ງໃນປີນີ້ ທ່າມກາງພາວະເສດຖະກິດທີ່ຂະຫຍາຍຕົວຊ້າລົງ

Yin Weimin ລັດຖະມົນຕີວ່າການກະຊວງຊັບພະຍາກອນມະນຸດ ປະກາດການປັບຫຼຸດການຈ້າງງານ ໃນນະຄອນຫຼວງປາກກິ່ງ ຄົນທີ່ຈະຖືກເລີກຈ້າງງານ ຈະເຂົ້າສູ່ໂປແກມການຊອກຫາຕຳແໜ່ງວຽກທີ່ເໝາະສົມ ຫຼືອາດຈະໄດ້ຮັບການສະເໜີໃຫ້ກະສຽນອາຍຸກ່ອນກຳນົດ

ປະເທດຈີນ ເປັນປະເທດທີ່ຜະລິດເຫຼັກຫຼາຍກວ່າເຄິ່ງຂອງການຜະລິດເຫຼັກຂອງໂລກ ແຕ່ດ້ວຍພາວະເສດຖະກິດທີ່ຂະຫຍາຍຕົວຊ້າລົງ ເຮັດໃຫ້ອຸດສາຫະກຳໃນຈີນລົ້ນຕະຫຼາດ

ແນວໃດກໍຕາມ ໃນປີຜ່ານມາລັດຖະບານປະກາດທີ່ຈະຫຼຸດການຈ້າງງານ ໃນອຸດສະຫະກຳເຫຼັກກ້າ ແລະຖ່ານຫີນລົງຈຳນວນ 1.8 ລ້ານຕຳແໜ່ງ ແຕ່ລັດຖະບານສາມາດຫຼຸດການຈ້າງງານລົງໄດ້ພຽງແຕ່ 726,000 ຕຳແໜ່ງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...