Homeນານາສາລະ7 ເຄັດລັບສູ່ຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດ

7 ເຄັດລັບສູ່ຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດ

Published on

ຖ້າເຈົ້າກຳລັງຊອກຫາວິທີທີ່ຈະປະສົບຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ເຊິ່ງຕອນນີ້ຮອດເວລາທີ່ຈະເຮັດໃຫ້ເຈົ້າປະສົບກັບຄວາມສຳເລັດທັງການຮຽນ, ການເຮັດວຽກ, ຄອບຄົວ, ເລື່ອງສ່ວນຕົວ ແລະບໍ່ວ່າເຈົ້າຈະແມ່ນໃຜ ຖ້າຫາກຢາກປະສົບຄວາມສຳເລັດ ທີ່ຍິ່ງໃຫຍ່ທີ່ສຸດ ບົດຄວາມນີ້ຈະນຳສະເໜີວິທີທີ່ງ່າຍໆ ທີ່ຈະເຮັດໃຫ້ເຈົ້າປະສົບຄວາມສຳເລັດໃນຊີວິດໄດ້

  1. ກຳນົດຄວາມຕ້ອງການ: ເຈົ້າຕ້ອງກຳນົດເປົ້າໝາຍຄວາມຕ້ອງການໃຫ້ອອກມາຊັດເຈນຫຼາຍທີ່ສຸດ, ຕ້ອງການຫຍັງກໍຂຽນອອກມາໃຫ້ໝົດ ແລ້ວກຳນົດໃຫ້ຊັດເຈນຫຼາຍທີ່ສຸດເທົ່າທີ່ເຮັດໄດ້, ຈາກນັ້ນຄົ້ນຫາວິທີທີ່ເຈົ້າຈະໄດ້ ແລະຄອບຄອງໃນສິ່ງທີ່ເຈົ້າຕ້ອງການ ຫຼືເປົ້າໝາຍຂອງເຈົ້ານັ້ນ
  2. ວາງເປົ້າໝາຍກ່ອນລົງມືເຮັດ: ເມື່ອໄດ້ເປົ້າໝາຍ ແລະວິທີທີ່ຈະໄປຫາເປົ້າໝາຍແລ້ວ ໃຫ້ເລີ່ມລົງມືວາງແຜນ, ວິທີການ, ຂັ້ນຕອນຕ່າງໆ, ຕ້ອງວາງແຜນໃຫ້ດີທີ່ສຸດ, ລະອຽດທີ່ສຸດ ແລະເປັນໄປໄດ້ຫຼາຍທີ່ສຸດ
  3. ລົງມືເຮັດ: ເມື່ອວາງແຜນວິທີການ ແລະຂັ້ນຕອນແລ້ວ ຕ້ອງລົງມືເຮັດທັນທີ
  4. ຕ້ອງປະຕິບັດຢ່າງສະໝໍ່າສະເໝີ: ການລົງມືເຮັດຕາມຂັ້ນຕອນທີ່ວາງໄວ້ ຕ້ອງລົງມືເຮັດຕາມຂັ້ນຕອນຢ່າງສະໝໍ່າສະເໝີ
  5. ຕ້ອງເຮັດແບບມີລະບຽບ: ດ້ວຍການບັງຄັບຕົວເອງ ໃຫ້ເຮັດທຸກມື້ຕາມວິທີການ ແລະຂັ້ນຕອນທີ່ກຳນົດໄວ້ຢ່າງມີລະບຽບວິໄນ
  6. ຕ້ອງມີຄວາມພະຍາຍາມ: ເພາະຄວາມພະຍາຍາມຄື ຫົນທາງທີ່ຈະນຳໄປສູ່ຄວາມສຳເລັດທີ່ເຈົ້າຕັ້ງໃນໄວ້, ດັ່ງນັ້ນຖ້າຕັດສິນເຮັດ ຕ້ອງລົງມືເຮັດ ດ້ວຍຄວາມພະຍາຍາມທີ່ເຂັ້ມຂຸ້ນ ຢ່າທໍ້ຖອຍເດັດຂາດ
  7. ຕ້ອງໝັ່ນເຕີມອາຫານໃຫ້ຫົວໃຈ: ໃນລະຫວ່າງທີ່ລົງມືເຮັດ ຕາມວິທີການ ແລະຂັ້ນຕອນທີ່ກຳນົດໄວ້ແລ້ວ ອາດເຮັດໃຫ້ຮູ້ສຶກເມື່ອຍ, ອ່ອນເພຍ ໝົດກຳລັງໃຈ ດັ່ງນັ້ນເຈົ້າຕ້ອງເຕີມພະລັງໃຈໃຫ້ຕົວເອງຢູ່ສະເໝີ ເພື່ອໃຫ້ຕົນເອງເດີນທາງໃຫ້ເຖິງເປົ້າໝາຍຄວາມສຳເລັດທີ່ຕ້ອງການ           ຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງຄົນເຮົາອາດບໍ່ຄືກັນ, ບາງຄົນຖືເອົາເງິນ, ຊື່ສຽງເປັນຄວາມສຳເລັດ ແຕ່ບາງຄົນກໍຖືເອົາຄວາມຫຼຸດພົ້ນໃຈສະຫງົບສຸກ ເປັນຄວາມສຳເລັດໃນຊີວິດ ແລະບໍ່ວ່າເຈົ້າຈະເບິ່ງຄວາມສຳເລັດໃນແງ່ໃດ, ມຸມໃດ, ວິທີໃດກໍຕາມ ມັນກໍບໍ່ຜິດ ຂໍພຽງມີຄວາມສຸກ ໃນທຸກໆຄວາມສຳເລັດຂອງເຈົ້າ ກໍພງພໍແລ້ວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...